ຄະນະຜູ້ແທນທະນາຄານແຫ່ງລັດແລະກະຊວງການເງິນຫວຽດນາມຢ້ຽມຢາມແລະເຮັດວຽກຢູອີຕາລີ

ຄະນະຜູ້ແທນທະນາຄານແຫ່ງລັດແລະກະຊວງການເງິນຫວຽດນາມຢ້ຽມຢາມແລະເຮັດວຽກຢູອີຕາລີ - ảnh 1
2 ຝ່າຍ​ຖ່າຍ​ຮູບ​ທີ່​ລະ​ນຶກ​ພາຍຫຼັງ​ການ​ເຮັດ​ວຽກ
(ພາບ: Quang Thanh/Vietnam+)

(vovworld) – ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ອີ​ຕາ​ລີ, ຕອນ​ບ່​າຍ​ວັນ​ທີ 9/1, ຄະ​ນະ​ຜູ້​ແທນ​ທະ​ນາ​ຄານ​ແຫ່ງ​ລັດ ແລະ ກະ​ຊວງ​ການ​ເງິນ ຫວຽດ​ນາມ ໂດຍ​ທ່າ​ນ​ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານແຫ່ງ​ລັດ ດ່າວ​ມິງ​ຕູ໋ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ເງິນ ເຈີ່ນ​ຊວນ​ຮ່າ ນຳ​ໜ້າ ມີ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ສະ​ຫະ​ສະ​ມາ​ຄົມ​ທະ​ນາ​ຄານ ອີ​ຕາ​ລີ ຢູ່​ນະ​ຄອນຫຼວງ Rome. ທີ່​ການ​ໂອ​້​ລົມ​ສົນ​ທະ​ນາ, ຝ່າຍ ອີ​ຕາ​ລີ ໄດ້​ແລກ​ປ່ຽນ​​ບົດ​ຮຽນຫຼາຍ​ຢ່າງກັບ ຫວຽດ​ນາມ ​ກ່ຽວ​ກັບ​ບົດ​ບາດ​ຂອງ​ທະ​ນາ​ຄານ​ສູນ​ກາງ ແລະ ທະ​ນາ​ຄານ​ການ​ຄ້າ​ໃນ​ການ​ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ລັກ​ສະ​ນະ​ປະ​ສິດ​ທິ​ຜົນ​ຂອງບັນ​ດາ​ການ​ເຄື່ອນ​ໄຫວ​ໃຫ້​ກູ້​ຢືມ​ທຶນ​ໃນ​ຂົງ​ເຂດນີ້… ທ່ານ​ຮອງ​ຜູ້​ວ່າ​ກາ​ນ​ທະ​ນາ​ຄານ​ແຫ່ງ​ລັດ ດ່າວ​ມິງ​ຕູ໋ ຕີ​ລາ​ຄາ​ສູງ​ເນື້ອ​ໃນ​ແລກ​ປ່ຽນ​ຂອງ​ຝ່າຍ ອີ​ຕາ​ລີ. ທ່ານ​ຢັ້ງ​ຢືນ​ວ່າ: ນີ້​ແມ່ນ​ບັນ​ດາ​ບົດ​ຮຽນ​ຕົວ​ຈິງ, ລ້ຳ​ຄ່າ​ສຳ​ລັບ ຫວຽດ​ນາມ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ການ ຫວຽດ​ນາມ ພວມ​ປະ​ຕິ​ບັດ​ໂຄງ​ການ​ສ້າງ​ໂຄງ​ປະ​ກອບ​ລະ​ບົບ​ທະ​ນາ​ຄານ​ຄືນ​ໃໝ່​ເວົ້າ​ສະ​ເພາະ ແລະ ລະ​ບົບ​ການ​ເງິນ​ເວົ້​າ​ລວມ.

        ໃນ​ຂອບ​ເຂດ​ການ​ຢ້ຽ​ມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ອີ​ຕາ​ລີ, ຄະ​ນະ​ຜູ້​ແທນ​ທະ​ນາ​ຄານ​ແຫ່ງ​ລັດ ແລະ ກ​ະ​ຊວງ​ການ​ເງິນ ຫວຽດ​ນາມ ຈະ​ເຮັດ​ວຽກ ແລະ ແລກ​ປ່ຽນ​ບົດ​ຮຽນ​ກັບ​ທະ​ນາ​ຄານ​ສູນ​ກາງ, ທະ​ນາ​ຄານ​ການ​ຄ້າ, ກະ​ຊວງ​ພັດ​ທະ​ນາ​ເສດ​ຖະ​ກິດ ອີ​ຕາ​ລີ.

ຂ່າວ/ບົດ​ອື່ນ