ຄະນະຜູ້ແທນນັກຮົບເກົ່າ ເສນາຮັກຫວຽດນາມ ຢ້ຽມຢາມລາວ

ຄະນະຜູ້ແທນນັກຮົບເກົ່າ ເສນາຮັກຫວຽດນາມ ຢ້ຽມຢາມລາວ - ảnh 1
ຄະນະ​ຜູ້​ແທນ​ນັກຮົບ​ເກົ່າ​​ເສນາ​ຮັກ​ຫວຽດນາມ ຢ້ຽມຢາມ​ລາວ
(ພາບ: vietnamplus.vn)


(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ສະໜາມຮົບ​ເກົ່າຢູ່ລາວ ​ໃນ​ລະຫວ່າງ​ວັນ​ທີ 22 – 29/03, ວັນ​ທີ 27/03, ຄະນະ​ຜູ້​ແທນ​ນັກຮົບ​ເກົ່າ​​ເສນາ​ຮັກ​ຫວຽດນາມ, ​ໂດຍ​ທ່ານ ພັນ​ເອກ ຫງວຽນ​ຮົ່ງຮ່າ ນຳ​ໜ້າ, ​ໄດ້​ມີ​ການ​ພົບ​ປະ​ແລກປ່ຽນ​ກັບ​ສະມາຄົມນັກຮົບ​​ເກົ່າລາວ.

        ​ໂດຍ​ຕາງໜ້າ​​ໃຫ້ສະມາ​ຄົມ​ນັກຮົບ​​ເກົ່າລາວ, ພົນ​ຈັດ​ຕະ​ວາ ທອງເຄນ ອ່ອນດາວົງ ​ໄດ້​ສະ​ແດງ​ຄວາມຂອບ​ໃຈ​ບັນດານັກຮົບ​ເກົ່າ​​ຫວຽດນາມ ທີ່​ໄດ້​ເສຍສະຫຼະອາຍຸ​ໜຸ່ມ​​ແໜ້ນ​ຂອງ​ຕົນເພື່ອ​ພາລະ​ກິດ​ກູ້​ຊາດຂອງ​ປະຊາຊົນ​ລາວ ​ແລະ ສາຍ​ພົວພັນ​ແບບ​ພິ​​ເສດລະຫວ່າງ​ລາວ - ຫວຽດນາມ. ພົນ​ຈັດ​ຕະ​ວາ ​ ທອງເຄນ ອ່ອນດາວົງ ເນັ້ນ​ໜັກ​ວ່າ ຍາມ​ໃດປະຊາຊົນ​ລາວ​ເວົ້າ​ລວມ ​ແລະ ບັນດາ​ນັກຮົບ​ເກົ່າ​ລາວ ​ເວົ້າ​ສະ​ເພາະ ​ກໍ່​ບໍ່​ສາມາດ​ຫຼົງ​ລືມ​ການ​ເສຍສະຫຼະ​ອັນ​ສູງ​ສົ່ງ​ຂອງບັນດານັກຮົບ​ເກົ່າ​​ຫວຽດນາມ ​ເວົ້າ​ລວມ ​ແລະ ນັກຮົບ​ເກົ່າ​​​ເສນາ​ຮັກຫວຽດນາມ ​ເວົ້າ​ສະ​ເພາະ, ໝັ້ນ​ໝາຍວ່າ ຈະ​ພ້ອມ​ກັບ​ບັນດາ​ນັກຮົບ​ເກົ່າ​ຫວຽດນາມ ສືບ​ຕໍ່​ອຸທິດ​ສ່ວນ, ລ້ຽງ​ດູ, ສິດສອນ​ໃຫ້​ລູກ​ຫຼານ​ມີ​ຄວາມເຂົ້າ​ໃຈ​​ເລິກ​ເຊິ່ງກ່ຽວ​ກັບ​ສາຍ​ພົວພັນ​​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ​.

ຂ່າວ/ບົດ​ອື່ນ