ຄະນະຜູ້ແທນພັກກອມມູນິດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ສະຫະພັນລັດເຊຍ
ທ່ານ Ziuganov ປະທານພັກກອມມູນິດສະຫະພັນ ລັດເຊຍ
ຕ້ອນຮັບທ່ານນາງ ເຈືອງທິມາຍ
(vovworld) – ໃນລະຫວ່າງວັນທີ 11 – 13/09, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນ ລັດເຊຍ. ຄະນະຜູ້ແທນໄດ້ພົບປະກັບພັກກອມມູນິດສະຫະພັນ ລັດເຊຍ, ພັກ “ປະເທດລັດເຊຍເອກະພາບ”; ພົບປະ ແລະ ເຮັດວຽກກັບກະຊວງຍຸຕິທຳສະຫະພັນ ລັດເຊຍ, ສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ ແລະ ສະມາຄົມນັກຮົບເກົ່າ ລັດເຊຍ ເຂົ້າຮ່ວມການຕໍ່ສູ້ຢູ່ ຫວຽດນາມ.
ທີ່ການພົບປະກັບທ່ານ Ziuganov ປະທານພັກກອມມູນິດສະຫະພັນ ລັດເຊຍ, 2 ຝ່າຍປຶກສາຫາລືມາດຕະການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຍົກສູງປະສິດທິຜົນແຫ່ງການຮ່ວມມືລະຫວ່າງ 2 ພັກໃນໄລຍະຈະມາເຖິງ. 2 ຝ່າຍເຫັນດີເປັນເອກະພາບໂດຍຖືວ່າ: ໃນໄລຍະຈະມາເຖິງ, ຄວນເພີ່ມທະວີການຮ່ວມມືລະຫວ່າງ 2 ພັກ, ແລກປ່ຽນຂໍ້ມູນຂ່າວສານເປັນປະຈຳ, ສົມທົບກັນຢູ່ບັນດາເວທີປາໄສສາກົນຫລາຍຝ່າຍກ່ວາອີກ.
ທີ່ການພົບປະກັບທ່ານ Gieleznhiac ຮອງເລຂາສະພາທົ່ວພັກ “ປະເທດລັດເຊຍເອກະພາບ”, ຮອງປະທານສະພາ Duma ແຫ່ງຊາດ ລັດເຊຍ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບວຽກງານເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນປະຕິບັດງານ ພິເສດແມ່ນກ່ຽວກັບວຽກງານຈັດຕັ້ງ ແລະ ສ້າງພັກກຳອຳນາດຢູ່ແຕ່ລະປະເທດ, ປະກອບສ່ວນຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ ຢ່າງແທດຈິງ.
ໃນບັນດາການພົບປະຄັ້ງຕ່າງໆ ເນື່ອງໃນໂອກາດຢ້ຽມຢາມສະຫະພັນ ລັດເຊຍ, ທ່ານນາງ ເຈືອງທິມາຍກໍ່ ແຈ້ງໃຫ້ວົງການນັກການເມືອງ ແລະ ເພື່ອນມິດ ລັດເຊຍ ຊາບບາງຈຸດພົ້ນເດັ່ນກ່ຽວກັບສະພາບການ ຫວຽດນາມ ໃນໄລຍະມໍ່ໆມານີ້, ທັດສະນະຂອງ ຫວຽດນາມ ສຳລັບບາງບັນຫາສຳຄັນຂອງສາກົນ ແລະ ພາກພື້ນ, ໃນນັ້ນ ມີບັນຫາທະເລຕາເວັນອອກ. ບັນດານັກຮົບເກົ່າ ແລະ ສະມາຊິກສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ ກໍ່ລ້ວນແຕ່ສະແດງຄວາມສະໜັບສະໜູນທັດສະນະ, ຫຼັກໝັ້ນຂອງ ຫວຽດນາມ ໃນເລື່ອງແກ້ໄຂບັນຫາທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.