ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາສາກົນຢູ່ ເມັກຊິກໂກ

ຄະນະຜູ້ແທນພັກກອມມູນິດຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາສາກົນຢູ່ ເມັກຊິກໂກ - ảnh 1
​ທ່ານ Vuong Thua Phong, ຮອງ​ຫົວ​ໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ
( ພາບ: vietnamplus.vn )

( vovworld ) – ​​ໂດ​ຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ພັກ​ແຮງ​ງານເມັກ​ຊິກ​ໂກ ( PT ), ​ແຕ່​ວັນ​ທີ 22 – 23/3, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດຫວຽດນາມ ​ໂດຍ​ທ່ານ Vuong Thua Phong, ຮອງ​ຫົວ​ໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ, ນຳ​ໜ້າ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ຄັ້ງ​ທີ 16 ທີ່​ມີ​ຫົວ​ຂໍ້​“ ບັນດາ​ພັກ ​ແລະ ສັງຄົມ​​ໃໝ່ ” ຢູ່ເມັກ​ຊິກ​ໂກ. ທ່ານ Vuong Thua Phong ​ໄດ້​ແນະນຳ​ບັນດາ​​ເປົ້າໝາຍ, ​ແນວທາງ​ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມ ​ແລະ ​ໄລຍະ​ຂ້າມ​ຜ່ານ​ຢູ່​ຫວຽດນາມ, ພ້ອມ​ກັນ​ນັ້ນ​ກໍ​ແຈ້ງ​ໃຫ້​ຊາບ​ກ່ຽວກັບ​ສະພາບການ ​ແລະ ບັນດາ​ຜົນງານ​ດ້ານ​ເສດຖະກິດ​ສັງຄົມ​ເຊິ່ງຫວຽ​ດນາມ ບັນລຸ​ໄດ້​ໃນ​ໄລຍະ 25 ປິ​ທີ່​ຜ່ານ​ມາ​ແຫ່ງ​ການ​ປ່ຽນ​ໃໝ່. ​ໃນ​​ໄລຍະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​​ເລຂາທິການ​ໃຫຍ່​ພັກ​ແຮງ​ງານເມັກ​ຊິກ​ໂກ ທ່ານ Alberto Anaya Gutierez. ສອງ​ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ເພີ່ມ​ທະວີ​ການ​ຮ່ວມ​ມື​ມິດຕະພາບ ​ແລະ ກາ​ນຮ່ວມ​ມື​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ແຮງ​ງານເມັກ​ຊິກ​ໂກ.
ຂ່າວ/ບົດ​ອື່ນ