ການພົບປະສົນທະນາທິດສະດີລະຫວ່າງພັກ SPD ແລະ ພັກກອມມູນິດ ຫວຽດນາມ
ພາບ: internet |
(vovworld) - ວັນທີ 11/9, ຢູ່ ນະຄອນ Berlin, ໂດຍຮັບຄຳເຊີນຂອງການນຳພັກປະຊາທິປະໄຕສັງຄົມ ເຢຍລະມັນ (SPD) ແລະ ປະຕິບັດແຜນການຮ່ວມມືລະຫວ່າງ SPD ແລະ ພັກກອມມູນິດ ຫວຽດນາມ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍ ທ່ານ Dinh The Huynh ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວຫນ້າຄະນະໂຄສະນາສຶກສາສູນກາງ, ປະທານສະພາທິດສະດີສູນກາງ ເປັນຫົວຫນ້າຄະນະໄດ້ເຂົ້າຮ່ວມການພົບປະສົນທະນາທິດສະດີຄັ້ງທີ 2 ລະຫວ່າງສອງພັກ ພາຍໃຕ້ຫົວຂໍ້ວ່າ: “ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ” ແລະ ພະລັງງານຜະລິດຄືນໃຫມ່”. ກ່າວຄຳເຫັນໄຂການພົບປະສົນທະນາ, ທ່ານ Dinh The Huynh ແລະ ທ່ານນາງ Edelgard Bulmann ສະມາຊິກສະພາແຫ່ງຊາດ, ອະດີດລັດຖະມົນຕີກະຊວງສຶກສາ ແລະ ຄົ້ນຄ້ວາສະຫະພັນ ໄດ້ຢືນຢັນວ່າ: ການພົບປະສົນທະນາທິດສະດີໄດ້ກາຍເປັນກົນໄກຮ່ວມມືຢ່າງມີປະສິດທິຜົນລະຫວ່າງສອງພັກ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ເຢຍລະມັນ.