ຄະນະຜູ້ແທນລາຊະອານາຈັກແບນຊິກ ເຮັດວຽກກັບກະຊວງຄົມມະນາຄົມຂົງສົ່ງ ຫວຽດນາມ

ຄະນະຜູ້ແທນລາຊະອານາຈັກແບນຊິກ ເຮັດວຽກກັບກະຊວງຄົມມະນາຄົມຂົງສົ່ງ ຫວຽດນາມ - ảnh 1
( ພາບ: baomoi.com )

( vovworld ) - ຕອນ​ເຊົ້າ​ວັນ​ທີ 13/3, ຄະນະ​ຜູ​້ແທນ​ເສດຖະກິດ​ລາຊະ​ອານາຈັກ​ແບນ​ຊິກ ​ໂດຍ​ອົງ​ມົງກຸດ​ລາຊະ​ກຸມມານ Philippe ນຳ​ໜ້າ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ກະຊວງ​ຄົມມະນາຄົມຂົນສົ່ງ​ຫວຽດນາມ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ ​ແລະ ​​ເຫັນ​ດີເປັນ​​ເອກະພາບ​ຈະຮ່ວມ​ມື​ໃນ​ບາງ​ຂົງ​ເຂດ​ກ່ຽວ​ກັບ​ຄົມມະນາຄົມ​ຂົງສົ່ງ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ທີ່​ການ​​ເຮັດ​ວຽກ,​ ທ່ານລັດຖະມົນຕີກະຊວງ​ຄົມມະນາຄົມຂົນສົ່ງ​ ດິງລາ​ທັງ ​ໄດ້​ສະ​ເໜີ​​ໃຫ້ລັດຖະບານ, ບັນດາ​ວິ​ສາ​ຫະກິດ​ຂອງ​ແບ​ນຊິກ ສືບ​ຕໍ່​ຮ່ວມ​ມື, ຊ່ວຍ​ເຫຼືອ​ຫວຽດນາມ ທາງ​ດ້ານ​ຄົມມະນາຄົມ​ຂົມສົ່ງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຂຸດ​ຄົ້ນ, ຄຸ້ມ​ຄອງນຳ​ໃຊ້​ທ່າ​ກໍ່າປັ່ນ​ທະ​ເລ, ລະບົບlogistic, ພັດທະນາ​ເສັ້ນທາງ​ລົດ​ໄພ​​ຄວາມ​ໄວ​ສູງ ​ແລະ ສະໜາມ​ບິນ, ​ເຊິ່ງ​ແມ່ນ​ທ່າ​ແຮງ​ຂອງ​ແບ​ນຊິກ.

   ອົງ​ມົງກຸດ​ລາຊະ​ກຸມມານ​ແບນ​ຊິກ​ ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ​ແບນ​ຊິກ​ຈະ​ສືບ​ຕໍ່​ສະຫງວນ​ບັນດາ​ບຸລິມະສິດ​ກ່ຽວ​ກັບ​​ແຫຼ່ງທຶນ ODA ໃຫ້​ແກ່​ຫວຽ​ດນາມ, ​ໂດຍສະ​ເພາະ​ແມ່ນ​​ແຫຼ່ງທຶນໃຫ້ບັນດາ​​ໂຄງການ​ຄົມມະນາຄົມ; ຊ່ວຍ​ເ​ຫຼື​ອຂະ​ແໜງ​ຄົມມະນາຄົມ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ພະນັກງານ​ເຕັກນິກ​ຄຸ້ມ​ຄອງ, ນຳ​ໃຊ້, ຂຸດ​ຄົ້ນທ່າ​ກໍ່າປັ່ນ, ການບິນ ​ແລະ ການ​ບໍລິການ logistic. ​ແລະ​ກໍ່​ໃນ​ປີ 2012 ນີ້, ​ແບນ​ຊິກ ຈະ​ຍູ້​ແຮງ​ການຜັນ​ຂະຫຍາຍ​ສອງ​​ໂຄງການ​ທ່າ​ກໍ່າ​ປັ່ນ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ຮ່ວມ​ມື​ຄື ​ທ່າ​ກໍ່າ​ປັ່ນ ​ແລກ​ຫ້ວຽນ ຢູ່​ນະຄອນຫາຍ​ຟ່ອງ ​ແລະ ທ່າ​ກໍ່າ​ປັ່ນ ຊ່ວາຍຣາບ ຢູ່​ແຂວງ​ຕ່ຽນຢາງ.

ຂ່າວ/ບົດ​ອື່ນ