ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ລາວ

ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ລາວ - ảnh 1
ການເຮັດວຽກລະຫວ່າງ 2 ຄະນະ

(vovworld) -  ໃນ​ລະຫວ່າງ​ວັນ​ທີ 2 – 8/8/2015. ຄະນະ​ຜູ້​ແທນ​ກຳມາ​ທິການບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ດຳ​ເນີນ​ການຢ້ຽ​ມຢາ​ມ ​ແລະ ​ເຮັດ​ວຽກ​ຢູ່​ລາວ. ຕອນ​ເຊົ້າວັນ​ທີ 3/8, ຢູ່​ນະຄອນຫລວງ ວຽງ​ຈັນ ລາວ, ຄະນະ​ຜູ້​ແທນ​​ກຳ​ມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ນາງ ​ເຈືອງ​ທິມາຍ, ຫົວໜ້າ​ຄະນະ ນຳ​ໜ້າ, ​​ໄດ້​ມີ​ການເຮັດ​ວຽກ​ກັບ​ຄະນະ​ຜູ້​ແທນ​​ກຳມາ​ທິການ​ວັດທະນະທຳ -​ ສັງຄົມຂອງ​ສະພາ​ແຫ່ງ​ຊາດ ລາວ ​ໂດຍ ສາດສະດາຈານ ປະລິນຍາ​ເອກ ພອນ​ເທບ ພົນ​ເສນາ ​ຫົວ​ໜ້າ​ຄະນະ ນຳ​ໜ້າ. 2 ຝ່າຍ​​ໄດ້ແລກປ່ຽນສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ ຂອງ 2 ປະ​ເທດ. 2 ຝ່າຍ​ກໍ​ເຫັນ​ດີ​ເປັນ​ເອກະສັນກ່ຽວກັບ​ການ​ຮ່ວມ​ມື​ລະຫວ່າງ 2 ​ກຳມາ​ທິການ​ໃນ​ໄລຍະ​ທີ່​ຜ່ານ​ມາ ​ແມ່ນ​ມີ​ປະສິດທິ​ຜົນ​ທີ​ສຸດ ​​ແຕ່​ຍັງ​ຕ້ອງ​ເພີ່ມ​ທະວີ​ຄຸນ​ນະພາ​ບຂອງ​ການ​ຮ່ວມ​ມື​ນີ້. ​ໃນ​ວຽກ​ງານ​ບຳລຸງ​ສ້າງ​ຍົກ​ລະດັບ​ຄວາມ​ຮູ້​​ໃຫ້​ແກ່ພະນັກງານ​ວິຊາສະ​ເພາະຕ້ອງ​ລົງ​ເລິກເຂົ້າ​ສູ່​ບາງ​ຂົງ​ເຂດ​ຢ່າງລະອຽດ. ​

ນັກ​ຂ່າວ VOV ປະຈຳ​ລາວ


ຂ່າວ/ບົດ​ອື່ນ