ຄະນະຜູ້ແທນສະມາຄົມ ນັກຮົບເກົ່າຫວຽດນາມ ຢ້ຽມຢາມລາວ

ຄະນະຜູ້ແທນສະມາຄົມ ນັກຮົບເກົ່າຫວຽດນາມ ຢ້ຽມຢາມລາວ - ảnh 1
ທ່ານ​ຮອງ​ປະທານ​ປະ​ເທດ​ລາວ ບຸນ​ຍັງ ວໍລະ​ຈິດ
ຕ້ອນຮັບຄະນະ​ຜູ້​ແທນ​ສະມາຄົມ​ນັກຮົບ​ເກົ່າ​ຫວຽ​ດນາມ
(ພາບ: vietnamplus.vn)


(vovworld) - ​ ຕອນ​ບ່າຍ​ວັນ​ທີ 05 ພະ​ຈິກ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ຮອງ​ປະທານ​ປະ​ເທດ​ລາວ ບຸນ​ຍັງ ວໍລະ​ຈິດ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ສະມາຄົມ​ນັກຮົບ​ເກົ່າ​ຫວຽ​ດນາມ ​ໂດຍ​ພົນ​ໂທ ຫງວຽນ​ວັນ​​ເດືອ​ກ, ປະທານ​ສະມາຄົມ​ນຳ​ໜ້າ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ປະທານ​ປະ​ເທດ​ ບຸນ​ຍັງ ວໍລະ​ຈິດ ​ເນັ້ນ​ໜັກ​ວ່າ ​ໃນ​ຊຸມ​ປີຜ່ານມາ, 2 ສະມາຄົມ​ນັກຮົບ​ເກົ່າ ລາວ ​ແລະ ຫວຽດນາມ ​ໄດ້​​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ, ປະກອບສ່ວນ ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ວິ​ກິດ​ການ​ສ້າງສາ​ປະ​ເທດ​, ສຶກສາ​ລຸ້ນລູກ​ຫຼານ​ເຂົ້າ​ໃຈຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ​. ທ່ານ​ຮອງ​ປະທານ​ປະ​ເທດ ບຸນ​ຍັງ ວໍລະ​ຈິດ ປາດ​ຖະໜາວ່າ 2 ສະມາຄົມຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແບ່ງປັນ​ບົດຮຽນ​ພ້ອມ​ກັບ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ ຕັ້ງ​ໜ້າເຂົ້າ​ຮ່ວມ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ປະກອບສ່ວນ​ສ້າງສາ ​ແລະ ​ເພີ່ມ​ພູນ​ຄຸນ​ສ້າງສາ​ຍພົບ​ພັນ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ