ຄະນະຜູ້ແທນສານປະຊາຊົນສູງສຸດຫວຽດນາມ ຢ້ຽມຢາມລາວ
ທ່ານຮອງປະທານ Dang Quang Phuong ແລະ ທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ
(ພາບ: Thanh Chuong)
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 15 – 19/5, ຄະນະຜູ້ແທນສານປະຊາຊົນສູງສຸດຫວຽດນາມ ໂດຍທ່ານຮອງປະທານ Dang Quang Phuong ນຳໜ້າໄດ້ເຂົ້າຢ້ຽມຄຳນັບທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ. ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ຕີລາຄາສູງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສານ 2 ປະເທດ ແລະ ຫວັງວ່າ ໃນໄລຍະຈະມາເຖິງ 2 ຝ່າຍຈະເພີ່ມທະວີການຮ່ວມມືແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ, ພິເສດແມ່ນການບຳລຸງສ້າງແຫຼ່ງຊັບພະຍາກອນມະນູດ ເພື່ອພ້ອມກັນສ້າງຂະແໜງຍຸຕິທຳປະຊາທິປະໄຕ, ເຂັ້ມງວດ. ທ່ານຮອງປະທານ Dang Quang Phuong ໄດ້ແຈ້ງໃຫ້ທ່ານຮອງນາຍົກລັດຖະມົນຕີ ລາວ ຊາບກ່ຽວກັບໝາກຜົນການເຈລະຈາ ກັບສານປະຊາຊົນສູງສຸດລາວ ໂດຍທ່ານຮອງປະທານສານ ສົມບຸນ ສອນທິກຸມມານ ນຳໜ້າ, ໃນນັ້ນເນັ້ນໜັກວ່າບັນດາເນື້ອໃນການຮ່ວມມືໃນປີ 2012 ຄື: ແລກປ່ຽນຄະນະຜູ້ແທນ ແມ່ນເພື່ອແນໃສ່ແບ່ງປັນບົດຮຽນໃນການພິພາກສາ, ປະຕິຮູບລະບົບສານ, ພົວພັນແລກປ່ຽນລະຫວ່າງສານ 2 ປະເທດ.