ຄະນະຜູ້ແທນເຂົ້າຮ່ວມ “ຄ້າຍພັກແລ້ງ ຫວຽດນາມ 2013” ພົບປະແລກປ່ຽນກັບໄວໜຸ່ມ ດ່າໜັງ

ຄະນະຜູ້ແທນເຂົ້າຮ່ວມ “ຄ້າຍພັກແລ້ງ ຫວຽດນາມ 2013” ພົບປະແລກປ່ຽນກັບໄວໜຸ່ມ ດ່າໜັງ - ảnh 1
ຜູ້ແທນເຂົ້າຮ່ວມ ຄ້າຍພັກແລ້ງ ຫວຽດນາມ ປີ 2013 ພົບປະກັບຊາວໜຸ່ມ ດ່າໜັງ
(ພາບ: Trần Lê Lâm/TTXVN)

(vovworld) – ວັນ​ທີ 21/7, ຄະນະ​ຜູ້​ແທນ “ຄ້າຍ​ພັກ​ແລ້ງ ຫວຽດນາມ 2013” ​ໄດ້​ໄປ​ຮອດ​ ດ່າ​ໜັງ ຢ້ຽມຢາມ​ຫໍພິພິດທະ​ພັນ ດ່າ​ໜັງ ​ແລະ ອາບ​ນ້ຳ​ທະ​ເລ ໝີ​ເຄ (​ເຊິ່ງ​ແມ່ນ 1 ​ໃນ​ຈຳນວນ 18 ຫາດ​ຊາຍ​ທະ​ເລ​ສວຍ​ງາມ​ທີ່​ສຸດ​ໃນ​ໂລກ). ​ແລະ​ກໍ່​ໃນ​ຕອນ​ຄຳ່ວັນ​ດຽວ​ກັນ, ຢູ່​ສວນສາທາລະນະ​ທະ​ເລ ​ຟ້າ​ມວັນ​ດົ່ງ ​ໄດ້ດຳ​ເນີນ​ງານ​ພົບ​ປະ​ແລ​ກປ່ຽນ “ພົບ​ປະ​ກັນ​ຢູ່​ແມ່​ນ້ຳ​ ຮ່າ​ນ” ລະຫວ່າງ​ໄວ​ໜຸ່ມ ດ່າ​ໜັງ ກັບ​ຜູ້​ແທນ​ເຂົ້າ​ຮ່ວມ “ຄ້າຍ​ພັກ​ແລ້ງ ຫວຽດນາມ 2013”. ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ​ແລກປ່ຽນ, ທ່າ​ນ​ເລຂາ​ຄະນະ​ຊາວ​ໜຸ່ມ ດ່າ​ໜັງ ຫງວຽນ​ບ໋າ​ແກງ ຫວັງ​ວ່າ: ​ງານ​ພົບ​ປະ​ແລກປ່ຽນ ​​ຈະ​ສ້າງ​ຄວາມ​ເບີກບານ​ມ່ວນ​ຊື່ນ, ມີ​ປະ​ໂຫຍ​ດ. ພ້ອມ​ທັງ​ຫວັງ​ວ່າ ແລະ ຄວາມດູດດືມໃຫ້ແກ່ບັນດາ​ຊາວ​ໜຸ່ມ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​, ຜ່ານ​ງານ​ພົບ​ປະ​ແລກ​ປ່ຽນ​ນີ້ ນ້ຳ​ໃຈ​ສາມັກຄີ, ສະໜິດ​ຕິດ​ພັນ​ລະຫວ່າງ ຊາວ​ໜຸ່ມ​ ຫວຽດນາມ ​ເວົ້າລວມ, ສະມາຊິກ ຊາວ​ໜຸ່ມ ດ່າ​ໜັງ ​ເວົ້າ​ສະ​ເພາະ ​ແລະ ປະຊາ​ຄົມ​ນັກຮຽນ, ນັກ​ສຶກສາຊາວໜຸ່ມ ຫວຽດນາມ ອາ​ໄສ​ຢູ່​ປະ​ເທດຕ່າໆ ​ໃນ​ທົ່ວ​ໂລກ ຈະ​ນັບ​ມື້​ນັບ​ສະ​ໜິດຕິດ​ພັນ​ກ່ວາອີກ.

 

ຂ່າວ/ບົດ​ອື່ນ