ຄະນະພັກຢູ່ຕ່າງປະເທດຕ້ອງປະຕິບັດແນວທາງການຕ່າງປະເທດຂອງພັກ ແລະ ລັດຢ່າງຖືກຕ້ອງ
ທ່ານເລຮົ່ງແອງ, ຜູ້ປະຈຳການ ຄະນະເລຂາສູນກາງພັກ ໄດ້ເປັນປະທານພິທີປະກາດຂໍ້ຕົກລົງຂອງ ຄະນະເລຂາສູນກາງພັກກ່ຽວກັບບຸກຄະລາກອນຂອງການນຳ ຄະນະພັກ ຢູ່ຕ່າງປະເທດ ອາຍຸການ 2010 – 2015
|
(vovworld)- ຕອນເຊົ້າວັນທີ 16/9, ຢູ່ຮ່າໂນ້ຍ, ທ່ານເລຮົ່ງແອງ, ຜູ້ປະຈຳການ ຄະນະເລຂາສູນກາງພັກ ໄດ້ເປັນປະທານພິທີປະກາດຂໍ້ຕົກລົງຂອງ ຄະນະເລຂາສູນກາງພັກກ່ຽວກັບບຸກຄະລາກອນຂອງການນຳ ຄະນະພັກ ຢູ່ຕ່າງປະເທດ ອາຍຸການ 2010 – 2015. ຕາມຂໍ້ຕົກລົງເລກທີ 247, ກົມການເມືອງໄດ້ຕົກລົງວ່າ ອົງຄະນະພັກຢູ່ຕ່າງປະເທດທີ່ຂຶ້ນກັບຄະນະພັກກຸ່ມບັນດາອົງການສຳນັກງານຂັ້ນສູນກາງ ແມ່ນຕ້ອງຂຶ້ນກັບສູນກາງພັກ, ຢູ່ໃຕ້ການຊີ້ນຳນຳພາໂດຍກົງຂອງ ຄະນະເລຂາສູນກາງພັກເປັນປະຈຳ. ຄະນະບໍລິຫານງານອົງຄະນະພັກຢູ່ຕ່າງປະເທດໂດຍແມ່ນ ຄະນະເລຂາສູນກາງພັກບົ່ງຕົວ. ທ່ານເລຮົ່ງແອງ, ຜູ້ປະຈຳການ ຄະນະເລຂາສູນກາງພັກ ເນັ້ນໜັກວ່າ :
“ ຄະນະພັກຂັ້ນຕ່າງໆ, ອົງການຈັດຕັ້ງພັກທີ່ຂຶ້ນກັບ ອົງຄະນະພັກຢູ່ຕ່າງປະເທດຕ້ອງປ່ຽນໃໝ່, ມີຫົວຄິດປະດິດສ້າງຢ່າງບໍ່ຢຸດຢັ້ງໃນການກຳແໜ້ນສະພາບການເພື່ອເປັນເສນາທິການໃຫ້ແກ່ສູນກາງພັກ, ເປັນຕົ້ນແມ່ນກົມການເມືອງ, ຄະນະເລຂາສູນກາງພັກກ່ຽວກັບວຽກງານກໍ່ສ້າງພັກ ແລະ ວຽກງານມະຫາຊົນຢູ່ຕ່າງປະເທດ, ເອົາໃຈໃສ່ເຖິງການຂະຫຍາຍສະມາຊິກພັກ; ສືບຕໍ່ຊາບຊຶມ ແລະ ປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11; ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ....”