ຄະນະພົວພັນຕ່າງປະເທດສູນກາງ ປະກອບຄຳເຫັນ ໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ຄະນະພົວພັນຕ່າງປະເທດສູນກາງ ປະກອບຄຳເຫັນ ໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 19/3, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ຄົບຄະນະພະນັກງານ ລັດຖະກອນ​ໃນ​ອົງການ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ປະກອບໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ບັນດາ​ຄຳ​ເຫັນ​ປະກອບ​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ, ຕາມ​ນັ້ນ​ແລ້ວ, ບັນດາ​ຈຸດ​ໃໝ່​ໃນ​ຮ່າງ​ລັດຖະທຳ​ມະນູນ ​ໄດ້​ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ ​ແລະ ພຶດຕິກຳຕົວຈິງ​ທີ່​​ໄດ້​ວາງ​ອອກ​ໃຫ້ແກ່ປະ​ເທດໃນ​ໄລຍະ​ໃໝ່​ໂດຍ​ພື້ນຖານ, ຮັບປະກັນ​ການ​ປ່ຽນ​ໃໝ່​ຢ່າ​ງຄົບ​ຊຸດ​ທັງ​ດ້ານ​ເສດຖະກິດ ​ແລະ ການ​ເມືອງ, ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິ​ບັນຍັດ​ສັງຄົມ​ນິຍົມ​ ຂອງ ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ພິ​ເສດ, ຮ່າງ​ລັດຖະທຳ​ມະນູນ​ໄດ້​​ຮັບ​ການ​ເພີ່ມ​​ເຕີມ​ເຮັດ​ແຈ້ງ​ສິດ​ທິມະນຸດ ​ແລະ ສິດ​ພົນ​ລະ​ເມືອງ, ຄວາມ​ຮັບຜິດຊອບ​ຂອງ​ລັດ ​ແລະ ສັງຄົມ​ໃນ​ການ​ຮັບ​ຮູ້, ​ເຄົາລົບ​ນັບຖື, ປົກ​ປ​້ອງ ​ແລະ ຮັບປະກັນ​ສິດທິ​ມະນຸດ, ສິດ​ພົນລະ​ເມືອງ, ກໍ່​ຄື​ສຳລັບຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ນີ້​ແມ່ນ​ບັນດາ​ຈຸດ​ພິ​ເສດ​ຂອງ​ຮ່າງລັດຖະທຳ​ມະນູນ ສະບັບ​ປັບປຸງ ຄັ້ງ​ນີ້.

        ກອງ​ປະຊຸມ​ກໍ່​ໄດ້​ເນັ້ນ​ໜັກ​ວ່າ ໃນ​ວິວັດການປັບປຸງ​ລັດຖະທຳ​ມະນູນ, ຄະນະ​ພົວພັນ​ຕ່າງປະ​ເທດ ສູນ​ກາງ ຄວນ​ຍູ້​ແຮງ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ປະກອບ​ຂໍ້​ມູນ​ຂ່າວຢ່າງ​ທັນ​ການ ​ແລະ ຄົບ​ຖ້ວນ​ໃຫ້​ເພື່ອນ​ມິດສາ​ກົນ ກ່ຽວ​ກັບ​ຈຸດປະສົງ, ​ເນື້ອ​ໃນ​ປັບປຸງ​ລັດຖະທຳ​ມະນູນ, ພ້ອມ​ທັງ​ຕໍ່ສູ້​ກັບ​ບັນດາ​ອິດທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່ສວຍ​ໃຊ້ການ​ປະກອບ​ຄຳ​ເຫັນ​ປັບປຸງ​ລັດຖະທຳ​ມະນູນ​ເພື່ອ​ເສກ​ສັນ​ປັ້ນ​ແຕ່ງ​ແນວທາງ, ນະ​ໂຍບາຍ​ຂອງ​ພັກ, ລັດ, ​ແບ່ງ​ແຍກ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ.

ຂ່າວ/ບົດ​ອື່ນ