ຄະນະພະນັກງານກະຊວງປ້ອງກັນປະເທດ ເຮັດວຽກກັບຄະນະຜູ້ຕາງໜ້າສະຫະປະຊາຊາດ ຢູ່ສ.ອາຟລິກາກາງ
ຄະນະພະນັກງານກະຊວງປ້ອງກັນປະເທດ ເຮັດວຽກກັບ
ຄະນະຜູ້ຕາງໜ້າສະຫະປະຊາຊາດ ຢູ່ສ.ອາຟລິກາກາງ
(ພາບ: qdnd.vn)
(vovworld) – ໃນລະຫວ່າງວັນທີ 28/02 – 06/03, ພົນຕີ ຫງວຽນຈ້ອງເຫງັ້ຍ, ຮອງຫົວໜ້າກົມໃຫຍ່ການເມືອງ, ຮອງຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ໄດ້ນຳໜ້າຄະນະປະຕິບັດງານ ໄປເຮັດວຽກກັບຄະນະຜູ້ຕາງໜ້າສະຫະປະຊາຊາດ ຢູ່ສ.ອາຟລິກາກາງ. ໃນລາຍການເຮັດວຽກ, ຄະນະຜູ້ແທນຫວຽດນາມໄດ້ໄປຢ້ຽມຢາມ, ເຮັດວຽກກັບຄະນະຜູ້ຕາງໜ້າສະຫະປະຊາຊາດ ຢູ່ສ.ອາຟລິກາກາງ; ຢ້ຽມຢາມບາງຫົວໜ່ວຍຮັກສາສັນຕິພາບຂອງບັນດາປະເທດຢູ່ອາຟລິກາກາງ; ສຳຫຼວດພູມີປະເທດຕົວຈິງຢູ່ ສ.ອາຟລິກາກາງ ເພື່ອຮັບໃຊ້ວຽກງານຜັນຂະຫຍາຍກຳລັງຂອງຫວຽດນາມ ເມື່ອເຂົ້າຮ່ວມການເຄື່ອນໄຫວປົກປັກຮັກສາສັນຕິພາບສະຫະປະຊາຊາດ ໃນໄລຍະຈະມາເຖິງ.