ຄະນະລັດຖະບານຊົ່ວຄາວໄທສະບານຕົວຮັບດຳລົງຕຳແໜ່ງ
ການສະເໜີຕົວຂອງຄະນະລັດຖະບານໃໝ່
(vovworld) – ວັນທີ 4/9, ຄະນະລັດຖະບານຊົ່ວຄາວ ໄທ ພາຍໃຕ້ການນຳພາຂອງທ່ານນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຈາ ໄດ້ສະບານຕົວຮັບດຳລົງຕຳແໜ່ງຕໍ່ໜ້າພະບາດສົບເດັດພະເຈົ້າມະຫາຊີວິດ ພູມີພົນ ອະດຸນຍະເດັດ. ກ່າວຄຳເຫັນໃນພິທີຮັບດຳລົງຕຳແໜ່ງຢູ່ນະຄອນຫຼວງ ບາງກອກ, ທ່ານ ປຣາຢຸດ ໃຫ້ຄຳໝັ້ນສັນຍາຈົ່ງຮັກພັກດີຕໍ່ກັບປະເທດຊາດ ແລະ ຢັ້ງຢືນວ່າຄະນະລັດຖະບານຈະເສີມຂະຫຍາຍບັນດາຄວາມສາມາດຂອງຕົນເພື່ອຮັບປະກັນຄວາມກ້າວໜ້າ ແລະ ສະຖຽນລະພາບຢູ່ ໄທ.
ກ່ອນໜ້ານັ້ນ, ວັນທີ 31/8, ພະບາດສົມເດັດພະເຈົ້າມະຫາຊີວິດ ໄດ້ໃຫ້ສັດຕະຍາບັນບັນຊີລາຍຊື່ຄະນະລັດຖະບານຊົ່ວຄາວໂດຍທ່ານນາຍົກລັດຖະມົນຕີ ປຣາຢຸດ ສະເໜີດ້ວຍສະມາຊິກ 32 ທ່ານ, ໃນນັ້ນມີ 11 ທ່ານແມ່ນບັນດາຫົວໜ້າ ແລະ ອະດີດນາຍພົນຕຳຫຼວດ, ກອງທັບ ແລະ ມີ 21 ທ່ານແມ່ນພົນລະເຮືອນ. ຕາມແຜນການແລ້ວ, ຄະນະລັດຖະບານໃໝ່ຂອງໄທ ຈະຈັດຕັ້ງກອງປະຊຸມຄັ້ງທຳອິດໃນວັນທີ 9/9, ກ່ອນທີ່ປະກາດນະໂຍບາຍຕໍ່ໜ້າສະພານິຕິບັນຍັດແຫ່ງຊາດ (ສະພາແຫ່ງຊາດຊົ່ວຄາວ). ຄາດວ່າ, ຄະນະລັດຖະບານຊົ່ວຄາວ ໄທຈະບໍລິຫານປະເທດຊາດໃນໄລຍະເວລາປະມານ 1 ປີກ່ອນທີ່ດຳເນີນການເລືອກຕັ້ງທົ່ວປະເທດໃນເຄິ່ງທ້າຍປີ 2015 ຫຼື ຕົ້ນປີ 2016.