ທ່ານນາຍົກລັດຖະມົນຕີ ເກຼັກ Alexis Tsipras ກ່າວຄຳເຫັນທີ່ວາລະປ່ອນບັດກ່ຽວກັບບ້ວງເງິນກູ້ຊ່ວຍຂອງສະພາແຫ່ງຊາດ ຢູ່ນະຄອນຫຼວງ ອາແທນເມື່ອວັນທີ 15/7
(ພາບ: AFP/TTXVN)
|
(vovworld) – ທີ່ພິທີສະບານຕົວເຂົ້າດຳລົງຕຳແໜ່ງເມື່ອວັນທີ 18/7, ບັນດາສະມາຊິກຄົນໃໝ່ທີ່ໄດ້ຮັບການແຕ່ງຕັ້ງໃນຄະນະລັດຖະບານ ເກຼັກ ທີ່ຫາກໍ່ໄດ້ຮັບການປະຕິຮູບ, ທ່ານນາງ Olga Gerovasili, ໂຄສົກຄົນໃໝ່ຂອງຄະນະລັດຖະບານ ເນັ້ນໜັກວ່າ: ລັດຖະບານຕ້ອງຮັບປະກັນສ້າງຕັ້ງຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງຄວາມປອດໄພໃຫ້ແກ່ປະຊາຊົນ. ທ່ານນາງ Olga Gerovasili ໄດ້ຍ້ຳຄືນສະພາບຄວາມຫຍຸ້ງຍາກພາຍໃນປະເທດໃນປະຈຸບັນພ້ອມກັບໜ້າທີ່ຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການປະຕິຮູບເພື່ອແລກເອົາບ້ວນເງິນກູ້ຊ່ວຍຈາກບັນດາເຈົ້າໜີ້ສາກົນ, ແລະ ຖືວ່າໃນສະພາບການນັ້ນ ປະສິດທິຜົນຂອງລັດຖະບານຈະໄດ້ຮັບການຕີລາຄາຜ່ານໝາກຜົນຕົວຈິງ. ຕາມທ່ານນາງແລ້ວ, ກ່ອນອື່ນໝົດ, ລັດຖະບານຈະຕ້ອງສຸມໃສ່ປັບປຸງສະພາບການເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ.