Festival ເຫ້ວ 2015
|
(vovworld) – ທ່ານ ຫງວຽນຢູງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນ - ເຫ້ວ, ຫົວໜ້າຄະນະຈັດຕັ້ງ Festival ເຫ້ວ 2016 ໃຫ້ຮູ້ວ່າ: ຮອດຈຸດເວລານີ້, ມີ42 ຄະນະສິລະປະທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ, ໃນນັ້ນມີ 20 ຄະນະສາກົນທີ່ມາຈາກ 15 ປະເທດ. ບັນດາຄະນະສິລະປະຕ່າງປະເທດໄດ້ມາຈາກ 5 ທະວີບຄື: ຝຣັ່ງ, ແບນຊິກ, ລັດເຊຍ, ອັງກິດ, ແດນມາກ, ໂປໂລຍ, ຈີນ, ສ. ເກົາຫຼີ… Festival ເຫ້ວ 2016 ຖືກຈັດຂຶ້ນໃນລະຫວ່າງວັນທີ 29/4 ຫາວັນທີ 4/5, ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 720 ປີແຫ່ງວັນສ້າງຕັ້ງ ທ້ວນຮ໋ວາ - ຟູ໋ຊວນ - ເທື່ອທຽນເຫ້ວ, ດ້ວຍຫົວຂໍ້ວ່າ “ມໍລະດົກວັດທະນະທຳດ້ວຍການເຊື່ອມໂຍງ ແລະ ການພັດທະນາ”. ນີ້ແມ່ນ Festival ທີ 9 ໄດ້ຮັບການຈັດຕັ້ງດ້ວຍລະດັບຊາດ ແລະ ສາກົນ, ດ້ວຍການເຂົ້າຮ່ວມຂອງຫຼາຍຄະນະສິລະປະ, ນັກສິລະປິນທີ່ດີເດັ່ນຂອງຫຼາຍປະເທດອັນຈະເຮັດໃຫ້ງານບຸນມີລັກສະນະວົງຄະນະຍາດ, ໃໝ່ອ່ຽມ, ສ້າງຄວາມດຶງດູດ, ເປັນການຢັ້ງຢືນເຄື່ອງໝາຍ Festival ເຫ້ວ ຜ່ານການຈັດຕັ້ງຫຼາຍຄັ້ງ.