ຄະນະສື່ສານຊາວ ຫວຽດນາມ ອາໄສຢູ່ ຕ່າງປະເທດມາ ຢ້ຽນຢາມ VOV5
(ຄະນະສື່ສານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ
ຢ້ຽມຢາມລະບົບບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດ (VOV5)
(vovworld) – ຕອນເຊົ້າວັນທີ 21/10, ຄະນະສື່ສານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເຊິ່ງລວມມີນັກຂ່າວໜັງສືພິມຫວຽດ ຢູ່ອາເມລິກາ, ສແຊກ, ໂປໂລຍ ແລະ ສະຫະພັນລັດເຊຍ ໄດ້ມາຢ້ຽມຢາມລະບົບບັນດາລາຍການກະຈາຍສຽງພາກພາສາຕ່າງປະເທດ (VOV5) ຂອງວິທະຍຸກະຈາຍສຽງຫວຽດນາມ (VOV). ຜູ້ແທນໃນຄະນະເກືອບທັງໝົດ ລ້ວນແຕ່ເອົາໃຈໃສ່ເຖິງການພັດທະນາຂອງ VOV ໃນຊຸມປີຜ່ານມາ. ປະຈຸບັນ VOV ແມ່ນອົງການສື່ສານດ້ວຍຫຼາຍຮູບການ, ມີທັງວິທະຍຸ, ໂທລະພາບ, ສື່ເອເລກໂຕນິກ ແລະ ໜັງສືພິມ. VOV ໄດ້ສ່ອງແສງຢ່າງເລິກເຊິ່ງ, ຕອບສະໜອງໄດ້ຄວາມຕ້ອງການດ້ານຂໍ້ມູນຂ່າວຂອງປະຊາຊົນໃນທຸກຂົງເຂດຂອງຊີວິດ. ທະນາຍຄວາມ ດິງວຽດຕື໋, ບັນນາທິການໃຫຍ່ໜັງສືພິມ ເຮື໋ອງຫວຽດ (ມຸ່ງໄປສູ່ປະເທດ) ຢູ່ອາເມລິກາ, ເວົ້າວ່າ:
“ຂ້າພະເຈົ້າດີໃຈຫຼາຍ, ເພາະວ່າມື້ນີ້ ມີໂອກາດໄດ້ເຂົ້າໃຈຕື່ມກ່ຽວກັບ VOV. ຂ້າພະເຈົ້າເຫັນວ່າມີຫຼາຍສິ່ງຫຼາຍຢ່າງທີ່ໃໝ່ອ່ຽມ, ໃນນັ້ນຈຳນວນເວລາໂຄສະນາອອກຕ່າງປະເທດກໍ່ຫຼາຍກວ່າ, ແລະ ມີຫຼາຍພາສາອີກ. ປະຈຸບັນ VOV ໄດ້ເຊັນສັນຍາກັບບັນດາສຳນັກຂ່າວສານສາກົນແລ້ວ. ຢູ່ອາເມລິກາ ມີຫຼາຍສຳນັກຂ່າວສານທ້ອງຖີ່ນ, ເຖິງວ່າບໍ່ໃຫຍ່ ແຕ່ໄດ້ລົງເລິກເຂົ້າໃນຊີວິດການເປັນຢູ່ຂອງປະຊາຊົນ. ຕາມຂ້າພະເຈົ້າແລ້ວ, ຖ້າຫາກມີການຮ່ວມສຳພັນກັບບັນດາສຳນັກຂ່າວສານນັ້ນ ແມ່ນຈະກຳໄດ້ຂໍ້ມູນຂ່າວກ່ຽວກັບຊີວິດຂອງຊາວຫວຽດນາມຢູ່ປະເທດນັ້ນ“.