ຄະນະສະມາຊິກສະພາແຫ່ງຊາດ ຢູ່ບັນດາທ້ອງຖິ່ນພົບປະກັບຜູ້ມີສິດເລືອກຕັ້ງ

(VOVWORLD) - ທີ່ການພົບປະ, ຫຼາຍຄຳເຫັນທີ່ຈິງໃຈຜູ້ມີສິດເລືອກຕັ້ງໄດ້ສ່ອງແສງເຖິງ ສະມາຊິກສະພາແຫ່ງຊາດ.
ຄະນະສະມາຊິກສະພາແຫ່ງຊາດ ຢູ່ບັນດາທ້ອງຖິ່ນພົບປະກັບຜູ້ມີສິດເລືອກຕັ້ງ - ảnh 1ທ່ານນາງຮັກສາການປະທານປະເທດ ດັ້ງທິງອັກທິ້ງ ພົບປະກັບຜູ້ມີສິດເລືອກຕັ້ງ

ທີ່ການພົບປະກັບຜູ້ມີສິດເລືອກຕັ້ງນະຄອນເຊີນລາ, ໃນຕອນເຊົ້າວັນທີ 9 ຕຸລາ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕອງທິຟ໊ອງ ໄດ້ຮັບຮູ້ເອົາບັນດາການປະກອບຄໍາເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ກ່ຽວກັບບັນດາບັນຫາຄື: ລະດັບໜູນຊ່ວຍໃຫ້ແກ່ຄອບຄົວນອນໃນເປົ້າໝາຍນະໂຍບາຍ, ບັນດາກິດຈະກໍາເຂື່ອນໄຟຟ້ານໍ້າຕົກ, ການວາງແຜນຜັງທີ່ດິນ ແລະ ອື່ນໆ.

        ເມື່ອແຈ້ງຂ່າວກ່ຽວກັບກອງປະຊຸມຄັ້ງທີ່ 6 ຈະມາເຖິງ, ທ່ານນາງຮອງປະທານສະພາແຫ່ງຊາດ ຕອງທິຟ໊ອງ ໃຫ້ຮູ້ວ່າ ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດ ຈະປ່ອນບັດເລືອກຕັ້ງປະທານປະເທດ; ລົງຄະແນນສຽງໄວ້ວາງໃຈ ສໍາລັບບັນດາສະມາຊິກຮັກສາຕໍາແໜ່ງ ໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ; ປຶກສາຫາລື, ປະກອບຄໍາເຫັນໃສ່ບັນດາຮ່າງກົດໝາຍ ແລະ ເນື້ອໃນສໍາຄັນອື່ນອີກຈໍານວນໜຶ່ງ.

        ແລະກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານ ຟ້າມມິນຈິ໋ງ ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ສອງຕາແສງຄື ຫວິງຈູງ, ຫວິງຖືກ, ນະຄອນມ໋ອງກ໋າຍ,ແຂວງ ກວາງນິງ. ນະທີ່ນີ້, ຜູ້ມີສິດເລືອກຕັ້ງໄດ້ສະແດງໃຫ້ເຫັນມີຄວາມສົນໃຈເຖິງບັນດາບັນຫາກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ທີ່ເຂດຊາຍແດນ, ເຂດທະເລໝູ່ເກາະ, ພິເສດແມ່ນ ເລື່ອງຍົກລະດັບພື້ນຖານໂຄງລ່າງຄົມມະນາຄົມ.

ກ່ອນໜ້ານັ້ນ, ໃນວັນທີ 8 ຕຸລາ, ທ່ານນາງ ດັ້ງທິຫງອກທິ້ງ ຮັກສາການປະທານປະເທດ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດ ແຂວງ ຫວີງລອງ ໄດ້ມີການພົບປະຜູ້ມີສິດເລືອກຕັ້ງບັນດາຕາແສງ ຝູລົກ, ເຮົ້າລົກ, ເຕິນລົກ, ແລະ ໝີລົກ ຂອງເມືອງ ຕາມບິ່ງ, ແຂວງ ຫວີງລອງ ກ່ອນທີ່ຈັດຕັ້ງ ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ XIV.

ທີ່ການພົບປະ, ຫຼາຍຄຳເຫັນທີ່ຈິງໃຈຜູ້ມີສິດເລືອກຕັ້ງໄດ້ສ່ອງແສງເຖິງ ສະມາຊິກສະພາແຫ່ງຊາດ. ຜູ້ມີສິດເລືອກຕັ້ງປາຖະໜາຢາກໃຫ້ພັກ, ລັດ ສືບຕໍ່ປະຕິບັດບັນດາວິທີການແກ້ໄຂ ກ່ຽວກັບການສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ ຢ່າງເຂັ້ມແຂງ, ມີປະສິດທິຜົນກວ່າເກົ່າ ແລະ ເດັດດ່ຽວແກ້ໄຂ ຕໍ່ບັນດາກໍລະນີກະທໍາຜິດຢ່າງເຄັ່ງຄັດ.

ກ່າວຄຳເຫັນທີ່ການພົບປະ, ທ່ານນາງ ດັ້ງທິຫງອກທິ້ງ ຮັກສາການປະທານປະເທດ ໄດ້ຮັບເອົາບັນດາຄຳເຫັນຂອງຜູ້ມີສິດເລືອກຕັ້ງ, ພ້ອມນັ້ນກໍ່ແຈ້ງໃຫ້ຊາບເຖິງຈຸດພົ້ນເດັ່ນໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດໃນ 9 ເດືອນ ຂອງປີ 2018 ດ້ວຍໝາກຜົນທີ່ຕັ້ງໜ້າ ແລະ ໜ້າເພິ່ງພໍໃຈ.

ທີ່ນະຄອນ ເກິ່ນເທີ, ໃນວັນດຽວກັນ ທ່ານ ເຈິ່ນ ແທັງ ເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ສະມາຊິກສະພາແຫ່ງຊາດ ເຂດນະຄອນເກິ່ນເທີ ກໍ່ ສືບຕໍ່ພົບປະຜູ້ມີສິດເລືອກຕັ້ງເມືອງ ຫວີງແທັ້ງ.

ໃນວັນດຽວກັນ, ຄະນະສະມາຊິກສະພາແຫ່ງຊາດແຂວງ ກວ໋າງນາມ ກໍ່ໄດ້ສືບຕໍ່ພົບປະກັບ ຜູ້ມີສິດເລືອກຕັ້ງໃນຫົວເລື່ອງສະເພາະກັບກຳລັງປະກອບອາວຸດໃນບໍລິເວນແຂວງ ແນໃສ່ເກັບກຳເອົາຄວາມຄິດເຫັນ ໃນການປະກອບສ່ວນຄຳເຫັນເພື່ອສ້າງກົນໄກ, ນະໂຍບາຍກົດໝາຍ ແລະ ບັນດາໂຄງຮ່າງກົດໝາຍທີ່ກ່ຽວຂ້ອງກັບກຳລັງປະກອບອາວຸດໃຫ້ສົມບູນ.

ຕອບກັບ

ຂ່າວ/ບົດ​ອື່ນ