ທ່ານ ເລຮົ່ງແອງ, ກຳມະການກົມການເມືອງກ່າວຄຳເຫັນຊີ້ນຳກອງປະຊຸມ
ພາບ:TTXVN
|
(vovworld)- ຕອນເຊົ້າວັນທີ 23/7, ຢູ່ ຮ່າໂນ້ຍ, ຄະນະເສດຖະກິດສູນກາງໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານໃນ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍຫນ້າທີ່ໃນ 6 ເດືອນທ້າຍປີ. ບົດລາຍງານທີ່ກອງປະຊຸມໃຫ້ຮູ້ວ່າ: ນັບແຕ່ຕົ້ນປີມາຮອດປະຈຸບັນ, ຄະນະເສດຖະກິດສູນກາງໄດ້ ສະເຫນີຫລາຍມາດຕະການເສດຖະກິດສັງຄົມ, ສຳເລັດການກວດກາ 10 ແຜນຮ່າງໃຫຍ່, ສຳຄັນເພື່ອຍື່ນສະເຫນີຕໍ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ. ພ້ອມກັນນັ້ນ ຄະນະເສດຖະກິດສູນກາງເປັນເຈົ້າການສ້າງແຜນການ, ແນະນຳການກວດກາ, ຕິດຕາມກວດກາປະຕິບັດບັນດາມະຕິ, ບົດສະຫລຸບຂອງກົມການເມືອງກ່ຽວກັບຍຸດທະສາດພັດທະນາເສດຖະກິດສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ບັນດາເຂດເສດຖະກິດສຳຄັນຂອງປະເທດຊາດ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາ ສະເຫນີ: ຄະນະເສດຖະກິດສູນກາງເອົາໃຈໃສ່ເປັນພິເສດເຖິງການຄົ້ນຄ້ວາ, ສະເຫນີ, ກວດກາ ແລະ ແນະນຳ, ຕິດຕາມກວດກາຕິດພັນກັບແຜນການປະຕິບັດງານຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ, ສ້າງລະບົບເອກະສານຮັບໃຊ້ການເຄື່ອນໄຫວຄຸ້ມຄອງ, ບໍລິຫານໃຫ້ສົມບູນແບບ, ຍົກສູງປະສິດທິຜົນການປະສານສົມທົບລະຫວ່າງຄະນະກັບບັນດາກະຊວງ, ຂະແຫນງການຢູ່ສູນກາງ ແລະ ທ້ອງຖິ່ນ.