ຄະນະFamtripສາກົນສຳຫລວດການທ່ອງທ່ຽວຢູ່ແຂວງບິ່ງທ້ວນ
ເບົ່າຈັງ - ຮ່ວາທັງ ບິ່ງທ້ວນ (ພາບ: ngoclan)
(vovworld) – ຕອນຄ່ຳວັນທີ 13/9, ສະຫະສະມາຄົມທ່ອງທ່ຽວແຂວງ ບິ່ງທ້ວນ ໄດ້ເຮັດວຽກ ແລະ ພົບປະແລກປ່ຽນກັບຄະນະ Famtrip ສາກົນ ເຊິ່ງລວມມີບັນດາບໍລິສັດທ່ອງທ່ຽວ ແລະ ນັກຂ່າວທີ່ມາຈາກບັນດາປະເທດຄື: ລັດເຊຍ, ອັງກິດ, ອິນເດຍ, ສເກົາຫຼີ…ການເຄື່ອນໄຫວນີ້ ເພື່ອແນໃສ່ຍູ້ແຮງການໂຄສະນາເຜີຍແຜ່ພາບພົດແຂວງ ບິ່ງທ້ວນ. ສະຫະສະມາຄົມທ່ອງທ່ຽວ ບິ່ງທ້ວນ ໄດ້ແຈ້ງໃຫ້ຄະນະຊາບ ກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ສະພາບການພັດທະນາການທ່ອງທ່ຽວຂອງທ້ອງຖິ່ນໃນຊຸມປີຜ່ານມາ. ໃນ 8 ເດືອນປີ 2015, ຂະແໜງທ່ອງທ່ຽວ ບິ່ງທ້ວນ ຕ້ອນຮັບນັກທ່ອງທ່ຽວ 2,6 ລ້ານເທື່ອຄົນ, ໃນນັ້ນນັກທ່ອງທ່ຽວສາກົນກ່ວາ 290.000 ເທື່ອຄົນ. ໃນລະຫວ່າງວັນທີ 12 – 14/9, ຄະນະມາຢ້ຽມຢາມ, ສຳຫລວດ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວທ່ອງທ່ຽວຢູ່ບາງສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ບິ່ງທ້ວນ ຄື: ຫາດຊາຍ ໝຸຍແນ໋, ເຂດທ່ອງທ່ຽວ ຕ່າກູ໋, ເບົ່າຈັ໋ງ.