(ພາບປະກອບ)
(vovworld) – ວັນທີ 22/11 ທ່ານປະທານາທິບໍດີ ລັດເຊຍ Vladimir Putin ປະກາດວ່າບັນດາມາດຕະການລົງໂທດຂອງຝ່າຍຕາເວັນຕົກຕໍ່ ລັດເຊຍ ຄວາມຈິງແລ້ວແມ່ນມີຜົນປະໂຫຍດໃຫ້ວິສາຫະກິດຂອງ ລັດເຊຍ ຫລາຍແຫ່ງ, ເພາະສະນັ້ນ ມົດສະກູ ຈະຕັ້ງໜ້າພະຍາຍາມແກ່ຍາວບັນດາມາດຕະການໂຕ້ຕອບຝ່າຍຕາເວັນຕົກໃນໄລຍະຍາວທີ່ສຸດ ເຊິ່ງສາມາດເປັນໄປໄດ້. ກ່າວຄຳເຫັນທີ່ “ເວທີປາໄສການກະທຳ” ຂອງແນວໂຮມປະຊາຊົນທົ່ວ ລັດເຊຍ (ONF), ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ: ບັນດາໂຮງງານຜະລິດທັງໝົດພາຍໃນປະເທດລ້ວນແຕ່ມີຜົນປະໂຫຍດ ຖ້າຫາກບັນດາມາດຕະການລົງໂທດເລັ່ງໃສ່ດ້ານສະບຽງອາຫານຂອງຝ່າຍເອີລົບຕາເວັນຕົກ ສືບຕໍ່ໄດ້ຮັບການແກ່ຍາວຕື່ມອີກ, ດັ່ງນັ້ນ ມົດສະກູ ຈະມານະພະຍາຍາມແກ່ຍາວເວລາສຳລັບບັນດາມາດຕະການລົງໂທດນີ້ ເທົ່າທີ່ຈະເປັນໄປໄດ້. ເຖິງຢ່າງໃດກໍ່ຕາມ, ທ່ານ Putin ກໍ່ໃສ່ໃຈວ່າ ຜູ້ອຸປະໂພກບໍລິໂພກ ລັດເຊຍ ເອົາໃຈໃສ່ເຖິງສິນຄ້າທີ່ມີຄຸນນະພາບສູງ ດ້ວຍລະດັບລາຄາຖືກທີ່ສຸດ ເພາະສະນັ້ນ ຕ້ອງສ້າງບັນດາເງື່ີອນໄຂແກ່ງແຍ້ງກັນ. ທ່ານປະທານາທິບໍດີ ລັດເຊຍ ຢືນຢັນວ່າ: ປະເທດນີ້ ສາມາດຫັນບັນດາມາດຕະການລົງໂທດຂອງຝ່າຍຕາເວັນຕົກກາຍເປັນທ່າໄກ້ປຽບຢ່າງສົນບູນແບບ.