ງົບປະມານທີ່ນຳໃຊ້ເຂົ້າໃນການເບິ່ງແຍງດູແລຄົນທຸກຍາກ, ຄອບຄົວນະໂຍບາຍເນື່ອງໃນໂອກາດບຸນເຕັດປີສະຫຼູແມ່ນກວ່າ 14 ຕື້ດົ່ງ

(VOVWORLD) -ຄາດວ່າ, ຈະມອບຂອງວັນ 12.000 ພູດໃຫ້ບັນດາຄອບຄົວທຸກຍາກ ແລະ ມອບຂອງຂວັນ 30 ພູດໃຫ້ສູນມະນຸດສະທຳແຫ່ງຕ່າງໆ ດ້ວຍຍອດຈຳນວນເງິນແມ່ນກວ່າ 14 ຕື້ດົ່ງ.
ງົບປະມານທີ່ນຳໃຊ້ເຂົ້າໃນການເບິ່ງແຍງດູແລຄົນທຸກຍາກ, ຄອບຄົວນະໂຍບາຍເນື່ອງໃນໂອກາດບຸນເຕັດປີສະຫຼູແມ່ນກວ່າ 14 ຕື້ດົ່ງ - ảnh 1ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ
(ພາບ: mattran.org.vn)

ຕອນບ່າຍວັນທີ 07 ມັງກອນ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມທາງອອນລາຍ ຜັນຂະຫຍາຍໂທລະເລກຂອງຄະນະປະຈຳການຄະນະເລຂາ ແລະ ຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ຜັນຂະຫຍາຍແຜນການເບິ່ງແຍງດູແລຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວນະໂຍບາຍ ເນື່ອງໃນໂອກາດບຸນເຕັດປີສະຫຼູ 2021. ກ່າວຄຳເຫັນນະທີ່ນີ້, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ຮຽກຮ້ອງວ່າ, ໜ້າທີ່ແຖວໜ້າແມ່ນໂຄສະນາ, ຂົນຂວາຍເພື່ອຍົກສູງສະຕິຄວາມຮັບຮູ້, ໜ້າທີ່ຄວາມຮັບຜິດຊອບຂອງປະຊາຊົນ ແລະ ທຸກຂັ້ນ, ທຸກຂະແໜງການ, ອົງການ, ຫົວໜ່ວຍ… ເພື່ອໃຫ້ທຸກອົງການຈັດຕັ້ງ, ສ່ວນບຸກຄົນບໍ່ຄວນປະໝາດເຜີຕົວຕໍ່ໂລກລະບາດ. ກ່ຽວກັບໜ້າທີ່ເບິ່ງແຍງດູແລ, ຈັດຕັ້ງການໄປອວຍພອນປີໃໝ່ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວທຸກຍາກໃນທົ່ວປະເທດ. ຄາດວ່າ, ຈະມອບຂອງວັນ 12.000 ພູດໃຫ້ບັນດາຄອບຄົວທຸກຍາກ ແລະ ມອບຂອງຂວັນ 30 ພູດໃຫ້ສູນມະນຸດສະທຳແຫ່ງຕ່າງໆ ດ້ວຍຍອດຈຳນວນເງິນແມ່ນກວ່າ 14 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ