ງານຕະຫລາດນັດທ່ອງທ່ຽວສາກົນຫວຽດນາມ 2013

(vovworld) - ​ວັນ​ທີ15/4, ໂດຍ​ຕອບ​ສະຫນອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ- ຫາຍ​ຟ່ອງປີ 2013, ກົມ​​ໃຫຍ່​ທ່ອງ​ທ່ຽວ​, ສັງກັດ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ແລະ ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ​ງານ​ຕະຫລາດນັດ​ທ່ອງ​ທ່ຽວ​ສາກົນ ຫວຽດນາ​ມ 2013.

ງານຕະຫລາດນັດທ່ອງທ່ຽວສາກົນຫວຽດນາມ 2013 - ảnh 1
ງານ​ຕະຫລາດນັດທ່ອງທ່ຽວ
ພາບ:internet

        ງານ​ຕະຫລາດນັດດັ່ງກ່າວ​ມີ​ຫົວ​ຂໍ້​ວ່າ: “ຂຸດ​ຄົ້ນ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດ​ງ- ກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ວັດທະນະທຳ​ຫວຽດນາມ” ​ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 18 -21/4 ຢູ່ ຮ່າ​ໂນ້ຍ ດ້ວຍ​ຮ້ານ​ວາງສະ​ແດງ 400 ຮ້ານ, ​ໃນ​ນັ້ນ ມີ 150 ຮ້ານ​ຂອງ​ຕ່າງປະ​ເທດ. ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ທ່ອງ​ທ່ຽວ​ປີ​ນີ້ ມີ​ບັນດາ​ປະ​ເທດ​ຄື: ​ໄທ, ມາ​ເລ​ເຊຍ, ກຳປູ​ເຈຍ, ​ເຢຍລະ​ມັນ, ຝລັ່ງ, ອາ​ເມ​ລິ​ກາ, ຍີ່​ປຸ່ນ, ສ​ເກົາຫລີ, ສິງກະ​ໂປ. ທ່ານ Charles Chou ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ທ່ອງ​ທ່ຽວ Arirang ສຳນັກງານ​ຕັ້ງ​ຢູ່ ​ເຊີ​ອູ​ນ ​ປະ​ເທດ ສ​ເກົາຫລີ ​ໃຫ້​ຮູ້​ວ່າ:

        “​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ທ່ອງ​ທ່ຽວ ພວກ​ຂ້າພະ​ເຈົ້າ​ຢາກ​ແນະນຳ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ອັນດູດ​ດື່ມ​ຂອງ​ສ​ເກົາຫລີ. ​ໃນ​ງານ​ຕະຫລາດນັດ​ທ່ອງ​ທ່ຽວ​ຄັ້ງ​ນີ້ ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ພິ​ເສດ ​ເພາະວ່າ ມີ​ຫລາຍ​ບໍລິສັດ​ທ່ອງ​ທ່ຽວ​ມາ​ຈາກ​ບັນດາ​ປະ​ເທດ​ຄື: ​ໄທ,​ ຝລັ່ງ,​ຍີ່​ປຸ່ນ ​…ກໍ​ມີຫນ້າ​ຢູ່​ທີ່​ນີ້. ສິ່ງ​ດັ່ງກ່າວ​ແມ່ນ​ດີ​ທີ່​ສຸດ​ສຳລັບ​ຂະ​ແຫນງ​ທ່ອງ​ທ່ຽວ​ຫວຽດນາມ.”

ຂ່າວ/ບົດ​ອື່ນ