ງານຕະຫຼາດນັດການຄ້າສາກົນຫວຽດນາມຄັ້ງທີ 25 ຈະດຳເນີນແຕ່ 15-18/4
(ພາບປະກອບ)
(vovworld) - ດ້ວຍຫົວຂໍ້ “ຮ່ວມມືມຸ່ງໄປເຖິງປະຊາຄົມເສດຖະກິດອາຊຽນ“, ງານຕະຫຼາດນັດການຄ້າສາກົນຫວຽດນາມຄັ້ງທີ 25 (VIETNAM ESPO 2015) ຈະດຳເນີນຢູ່ສູນຕະຫຼາດນັດວາງສະແດງຫວຽດນາມ 148 ຖະໜົນຢາງຫວໍ, ຮ່າໂນ້ຍ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສົ່ງເສີມການຄ້າທີ່ມີຄວາມໝາຍຂອງຂະແໜງອຸດສາຫະກຳຫວຽດນາມ, ປະກອບສ່ວນບໍ່ໜ້ອຍເຂົ້າບັນດາລາຍການຮ່ວມມື, ສົ່ງເສີມການຄ້າ, ການສົ່ງອອກ - ນຳເຂົ້າ ແລະ ການລົງທຶນຢູ່ຫວຽດນາມ. ຄາດວ່າ, ງານຕະຫຼາດນັດການຄ້າສາກົນຫວຽດນາມ ຄັ້ງນີ້, ມີ 720 ຮ້ານວາງສະແດງ ຂອງ 600 ວິສາຫະກິດທີ່ມາຈາກ 27 ປະເທດ ແລະ ເຂດແຄ້ວນເຊັ່ນ: ອານເຊຣີ, ອົດສະຕາລີ, ອາຟະລິກາໃຕ້, ແອດສະປາຍ, ຈີນ ແລະ ຫວຽດນາມ. ສິນຄ້າວາງສະແດງຢູ່ທີ່ນີ້ແມ່ນມີຫຼາຍຮູບຫຼາຍແບບເຊັ່ນ: ເຄື່ອງຈັກ, ອຸປະກອນ, ໄຟຟ້າ - ເອເລກໂຕນິກ, ເຄື່ອງອາໄຫຼ່, ເຄື່ອງໃຊ້ໃນຄອບຄົວ ແລະ ບັນດາຜະລິດຕະພັນສົ່ງເສີມສຸຂະພາບ.
ໃນຂອບເຂດ VIETNAM ESPO 2015 ຍັງມີການເຄື່ອນໄຫວຫຼາຍຢ່າງເຊັ່ນ: ເວທີປາໄສສົ່ງເສີມການສົ່ງອອກ, ການພົບປະໂອ້ລົມສົ່ງເສີມການຄ້າລະຫວ່າງວິສາຫະກິດຫວຽດນາມ ກັບສາກົນ, ພິທີລົງນາມໃນສັນຍາດຳເນີນທຸລະກິດ.