ງານບຸນດອກຊາກຸຣະຈະແມ່ນຂີດໝາຍການສະເຫລີມສະຫລອງ45ປີແຫ່ງວັນສ້າງຕັ້ງການ ພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ

(VOVWORLD) -ງານບຸນດອກຊາກຸຣະ ຢູ່ ຮ່າໂນ້ຍ ໃນປີ 2018 ຄວນມີຈຸດແຕກຕ່າງເມື່ອທຽບໃສ່ 3 ຄັ້ງກ່ອນນີ້.
ງານບຸນດອກຊາກຸຣະຈະແມ່ນຂີດໝາຍການສະເຫລີມສະຫລອງ45ປີແຫ່ງວັນສ້າງຕັ້ງການ ພົວພັນທາງການທູດຫວຽດນາມ-ຍີ່ປຸ່ນ - ảnh 1 ທ່ານ ຫງວຽນດືກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຕ້ອນຮັບ ທ່ານ Isao Iijima, ທີ່ປຶກສາພິເສດຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe

ຕອນບ່າຍວັນທີ 23 ທັນວາ, ທ່ານ ຫງວຽນດືກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຕ້ອນຮັບ ທ່ານ Isao Iijima, ທີ່ປຶກສາພິເສດຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເພື່ອແນໃສ່ແລກປ່ຽນກ່ຽວກັບການສົມທົບກັນຈັດຕັ້ງການເຄື່ອນໄຫວສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ. ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການສົ່ງເສີມການລົງທຶນ, ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດ, ສອງນະຄອນຫລວງ, ໃນນັ້ນ ມີການຈັດຕັ້ງງານບຸນດອກຊາກຸຣະ ຢູ່ຮ່າໂນ້ຍປີ 2018.

ທ່ານ Isao Iijima ເນັ້ນຫນັກວ່າ ງານບຸນດອກຊາກຸຣະ ຢູ່ ຮ່າໂນ້ຍ ໃນປີ 2018 ຄວນມີຈຸດແຕກຕ່າງເມື່ອທຽບໃສ່ 3 ຄັ້ງກ່ອນນີ້.

ທ່ານ ຫງວຽນດືກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ: ນະຄອນ ຮ່າໂນ້ຍ ໄດ້ສ້າງແຜນການຈັດຕັ້ງງານບຸນດັ່ງກ່າວໃນທ້າຍເດືອນມີນາປີ 2018 ດ້ວຍການເຄື່ອນໄຫວຫລາຍຢ່າງ ເພື່ອດຶງດູດຊາວຫວຽດນາມ ແລະນັກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫລວງຫລາຍ, ສ້າງຂີດໝາຍໃນໂອກາດສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ