ງານບຸນດອກບັກວິດຢູ່ເຂດພູພຽງຫີນດົ່ງວັນ,ແຂວງຮ່າຢາງ,ຄັ້ງທຳອິດປີ2015
(ພາບປະກອບ)
(vovworld) – ງານບຸນດອກບັກວິດ (Buck wheat) ໂດຍຄະນະກຳມະການປະຊາຊົນແຂວງ ຮ່າຢາງ ຈັດຕັ້ງ, ຖືກໄຂຂຶ້ນຫວ່າງແລ້ວນີ້ຢູ່ເມືອງດົ່ງວັນ, ແຂວງຮ່າຢາງ. ດ້ວຍຫົວຂໍ້ວ່າ “ເຂດພູພຽງຫີນ - ດອກໄມ້ເບັ່ງບານສີສັນ”, ງານບຸນປີນີ້ຈະມີບັນດາການເຄື່ອນໄຫວຄື: ງານວາງສະແດງຮູບພາບສິລະປະ; ວາງສະແດງດອກບັກວິດ ແລະ ບັນດາຜະລິດຕະພັນຈາກດອກໄມ້; ວາດພາບງານບຸນຈຳນວນໜຶ່ງຂອງຊາວເຜົ່າສ່ວນໜ້ອຍ… ຈຸດພົ້ນເດັ່ນຂອງງານບຸນແມ່ນລາຍການສິລະປະ “ເຂດພູພຽງຫີນດອກໄມ້ເບັ່ງບານສີສັນ” ໂດຍບັນດານັກສິລະປິນອາຊີບຂອງສູນກາງ ແລະ ທ້ອງຖິ່ນ, ນັກສິລະປະການບັນດາຊົນເຜົ່າ ຢ້າວ, ມົງ, ໄຕ່, ນຸ່ງ… ເຂົ້າຮ່ວມການສະແດງ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເຈີນດຶກກຸຍ, ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຢາງ, ຫົວໜ້າຄະນະຈັດຕັ້ງງານບຸນດອກບັກວິດ ໃຫ້ຮູ້ວ່າ.
“ງານບຸນດອກບັກວິດ, ແມ່ນງານບຸນວັດທະນະທຳທ່ອງທ່ຽວໃໝ່ທີ່ໃສ່ຊື່ດອກໄມ້ງາມສວຍຊະນິດໜຶ່ງ ເຊິ່ງໄດ້ຕິດພັນກັບປະຊາຊົນເຂດພູພຽງຫີນດົ່ງວັນ, ສະແດງໃຫ້ເຫັນການປ່ຽນໃໝ່ໃນການຄິດ, ການຈົດຕັ້ງເຫດການ, ການພັດທະນາການທ່ອງທ່ຽວ, ການສ້າງເຄື່ອງໝາຍການຄ້າ, ການໂຄສະນາຮູບພາບແຂວງຮ່າຢາງ ເຖິງເພື່ອນມິດຢູ່ພາຍໃນ ແລະ ຕ່າງປະເທດ”.
ງານບຸນຖືກດຳເນີນຢູ່ 4 ເມືອງຄື: ເມືອງພູພຽງຫີນດົ່ງວັນ, ກວານບ້າ, ອຽນມິງ ແລະ ແມ່ວວາກ ຮອດວັນທີ 15/11.