ງານບຸນດອກບານປີ2018ເຊີດຊູບັນດາຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອ

(VOVWORLD) -ຕອນຄ່ຳວັນທີ 17 ມີນາ ຢູ່ ນະຄອນ ດ້ຽນບຽນ ໄດ້ດຳເນີນພິທີໄຂງານບຸນດອກບານ (ດອກສ້ຽວປ່າ) ຄັ້ງທີ 5 ປີ 2018. 

ງານບຸນດອກບານປີ2018ເຊີດຊູບັນດາຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອ - ảnh 1ລາຍການສະແດງສິລະປະໃນງານບຸນດອກບານປີ2018

ພາບ:Vietnam+

ເຂົ້າຮ່ວມພິທີ ມີທ່ານ ຫງວຽນວັນບີງ, ຫົວຫນ້າຄະນະເສດຖະກິດສູນກາງ, ຫົວຫນ້າຄະນະຊີ້ນຳເຂດໄຕບັກ (ໝາຍເຖິງເຂດຕາເວັນຕົກສ່ຽງເຫນືອຫວຽດນາມ), ທ່ານ ໂດ໋ບາຕີ້, ຮອງປະທານສະພາແຫ່ງຊາດ, ແລະ ຜູ້ຕາງຫນ້າບັນດາກະຊວງ, ຂະແຫນງການສູນກາງ, ການນຳແຂວງ ດ້ຽນບຽນ ແລະ ບັນດາແຂວງຢູ່ພາຍໃນປະເທດ.

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນບີງ ໄດ້ເນັ້ນຫນັກວ່າ: ບັນດາການເຄື່ອນໄຫວໃນງານບຸນເພື່ອແນໃສ່ເຊີດຊູ, ອະນຸລັກຮັກສາບັນດາຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ໂຄສະນາພາບພົດເຂດດິນແດນ ແລະ ປະຊາຊົນຢູ່ແຂວງ ດ້ຽນບຽນ ຕໍ່ກັບເພື່ອນມິດຢູ່ພາຍໃນ ແລະ ສາກົນ.

        “ຄວາມງາມຂອງ ດອກບານ ບໍ່ພຽງແຕ່ເປັນສັນຍາລັກໃຫ້ຄວາມຮັກເທົ່ານັ້ນ ຍັງເປັນສັນຍາລັກຂອງພະລັງຊີວິດອັນແຮງກ້າ, ບືນຕົວຂຶ້ນ. ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ດ້ວຍມູນເຊື້ອ, ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ຜົນງານທີ່ບັນລຸໄດ້, ເປັນຈິດຫນຶ່ງໃຈດຽວຂອງທັງລະບົບການເມືອງ ແລະ ການສະຫນັບສະຫນູນຂອງປະຊາຊົນເຂດໄຕບັກ, ແຂວງ ດ້ຽນບຽນ ຈະມີບາດກ້າວພັດທະນາຢ່າງແຮງກວ່າ ແມ່ນຈຸດນັດພົບອັນດູດດື່ມຂອງນັກທ່ອງທ່ຽວມາຈາກທຸກສາລະທິດ ແລະ ສາກົນ, ສົມກັບເຂດດິນແດນຂອງດອກບານທີ່ສວຍງາມ.”

ຕອບກັບ

ຂ່າວ/ບົດ​ອື່ນ