(vovworld) – ເນື່ອງໃນໂອກາດຕົ້ນປີໃໝ່ ປີມະເມຍ 2014 ແລະ ສະເຫຼີມສະຫຼອງ 84 ປີແຫ່ງວັນສ້າງຕັ້ງພັກ ກອມມູນິດ ຫວຽດນາມ, ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ດັກລັກ ໄດ້ສົມທົບກັບຄະນະກຳມະການປະຊາຊົນເມືອງ ກຣົງ ອານາ ຈັດຕັ້ງບຸນຊ່ວງເຮືອທີ່ເປັນມູນເຊື້ອຄັ້ງທີ 7. ການເຄື່ອນໄຫວດັ່ງກ່າວເພື່ອແນໃສ່ຕອບສະໜອງ “ປີທ່ອງທ່ຽວແຫ່ງຊາດ 2014 ໄຕງວຽນ - ດ່າລາດ”.
ງານບຸນດັ່ງກ່າວດຶງດູດຜູ້ເຂົ້າຮ່ວມປະມານ 450 ຄົນ. ອ້າຍ ເຈີ່ນວັນຟຸກ, ປະຊາຊົນ ຕາແສງ ບິ່ງອານ, ເມືອງ ກຣົງ ອານາ ໃຫ້ຮູ້ວ່າ:
“ປະຊາຊົນເມືອງ ກຣົງ ອານາ ມີຄວາມປິຕິຊົມຊື່ນຫຼາຍ. ພໍ່ແມ່ປະຊາຊົນທັງໝົດລ້ວນແຕ່ເຂົ້າຮ່ວມເພື່ອລະດົມກຳລັງໃຈໃຫ້ບັນດາທີມເຂົ້າຮ່ວມ. ເຖິງວ່າອາກາດຮ້ອນເອົ້າກໍ່ຕາມແຕ່ປະຊາຊົນໄດ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.”
ຢູ່ແຂວງ ໄຕນີງ, ປະຊາຊົນນັບພັນຄົນທີ່ມາຈາກ ນະຄອນ ໂຮ່ຈີມິນ, ດົ່ງນາຍ, ບີ່ງເຢືອງ ແລະ ບາງແຂວງທາງທິດຕາເວັນຕົກໄດ້ເຂົ້າຮ່ວມງານບຸນ ວັດບ່າ ທີ່ຕັ້ງຢູ່ໂນນພູບ່າແດນ.
ກ່ອນໜ້ານັ້ນ, ຢູ່ແຂວງບັກນິງ, ພິທີແຮ່ກະໂພກ ດົ່ງກິ້ ໄດ້ດຶງດູດປະຊາຊົນທ້ອງຖີ່ນ ແລະ ແຂກທ່ອງທ່ຽວທີ່ມາຈາກທຸກສະລາທິດນັບພັນຄົນເຂົ້າຮ່ວມ. ຕາມຄະນະຈັດຕັ້ງແລ້ວ, ພິທີແຮ່ປີນີ້ໄດ້ຮັບການຈັດຕັ້ງດ້ວຍຂອບຂະໜາດໃຫຍ່.
ໃນວັນທີ 5/2, ຢູ່ຕາແສງ ດ້ອຍເຊີນ, ເມືອງຢຸຍຕຽນ, ແຂວງ ຮ່ານາມ ກໍ່ໄດ້ເລີ່ມການເຄື່ອນໄຫວຕ່າງໆໃນຂອບເຂດງານບຸນລົງໄຮ່ໄຖນາ, ງານບຸນດັ່ງກ່າວມີຄວາມໝາຍພາວະນາຂໍໃຫ້ລະດູການໄດ້ຮັບຜົນດີ. ງານບຸນລົງໄຮ່ໄຖນາບໍ່ພຽງແຕ່ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງເຈົ້າຊີວິດເຖິງຊານນາເທົ່ານັ້ນ ຫາກຍັງໂຄສະນາເຜິຍແຜ່, ສຶກສາປະຊາຊົນທຸກຊັ້ນວັນນະຮູ້ບຸນຄຸນບັນພະບຸລຸດ, ຕັ້ງໜ້າພັດທະນາການຜະລິດກະສິກຳອີກດ້ວຍ.