ງານບຸນປຶ້ມຮ່າໂນ້ຍ 2015 ປະກອບສ່ວນ
ເຊີດຊູບັນດາມໍລະດົກຂອງນະຄອນຫຼວງ
(ພາບ: cand)
(vovworld) - ງານບຸນປຶ້ມຮ່າໂນ້ຍ 2015 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 29/9 ຢູ່ພະລາດຊະວັງທັງລອງ, ເມືອງບາດິ່ງ, ຮ່າໂນ້ຍ, ດ້ວຍຫົວຂໍ້ວ່າ “ປຶ້ມແລະມໍລະດົກ“. ເຂົ້າຮ່ວມງານບຸນປຶ້ມຮ່າໂນ້ຍ 2015, ມີ 167 ຮ້ານວາງສະແດງຂອງ 55 ຫົວໜ່ວຍ, ດ້ວຍປຶ້ມ 20.000 ກວ່າຫົວ, ປະກອບດ້ວຍຫຼາຍປະເພດທີ່ອຸດົມສົມບຸນ, ຫຼາຍຮູບຫຼາຍແບບ. ປີນີ້ງານວາງສະແດງປຶ້ມຖືກຈັດວາງຕາມ 3 ຫົວຂໍ້ສະເພາະ: “ພັກ ແລະ ປະທານ ໂຮ່ຈິມິນ“; “ປິຕຸພູມ ແລະ ທະເລເກາະ“; “ຮ່າໂນ້ຍ - ນະຄອນຫຼວງແຫ່ງອະລິຍະທຳ, ວິລະຊົນ, ເພື່ອສັນຕິພາບ“. ທ່ານ ໂຮ່ວັນເຫົ້າ, ຊາວເມືອງເກົ່າໄຢ໋, ຮ່າໂນ້ຍ, ຜູ້ມາຢ້ຽມຢາມງານບຸນປຶ້ມຮ່າໂນ້ຍ 2015, ແບ່ງປັນວ່າ:
“ນີ້ແມ່ນເທື່ອທີ 2 ທີ່ຂ້າພະເຈົ້າມາຢ້ຽມຢາມ ງານບຸນປຶ້ມຮ່າໂນ້ຍ. ຂ້າພະເຈົ້າຢາກມາຢ້ຽມຢາມໃນວັນໄຊງານບຸນ ແລະ ຫຼັງຈາກນັ້ນຍັງສືບຕໍ່ມາທ່ຽວຊົມຕື່ມອີກ. ງານບຸນປຶ້ມ ໄດ້ປຸກລຸກຄວາມເມົາມົວອ່ານປຶ້ມ ແລະ ວັດທະນະທຳອ່ານປຶ້ມ. ປີນີ້ຂ້າພະເຈົ້າເຫັນວ່າງານບຸນມີຂອບຂະໜາດກວ້າງກວ່າ, ວາງສະແດງງາມຕາ, ມີວິທະຍາສາດກວ່າ, ເຮັດໃຫ້ຜູ້ອ່ານຊອກຫາປຶ້ມໄດ້ງ່າຍກວ່າ“
ງານບຸນປຶ້ມຮ່າໂນ້ຍ 2015 ຈະເປີດເຖິງວັນທີ 5/10/2015.