ງານບຸນວິສາຂະບູຊາປີ 2016 ທີ່ສ.ເຊັກໂກ

ງານບຸນວິສາຂະບູຊາປີ 2016 ທີ່ສ.ເຊັກໂກ - ảnh 1
(ງານບຸນວິສາຂະບູຊາປີ 2016 ທີ່ສ.ເຊັກໂກ)

(vovworld)- ພຸດ​ທະ​ສາ​ສະ​ນິ​ກະ​ຊົນນັບ​ຮ້ອຍໆ​ຄົນ ​ຢູ່​ ສ.ເຊັກ​ໂກ ໄດ້​ເຂົ້າ​ຮ່ວມ​ງານ​ບຸນ​ໃຫຍ່​ວິ​ສາ​ຂະ​ບູ​ຊາ 2016 ພ.ສ 2560 ເຊິ່ງ​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 22/5 ທີ່​ສູນ​ການ​ຄ້າ Sapa ຢູ່​ນະ​ຄອນຫຼວງ​ປ​ຣາ​ຮາ. ຕາງ​ໜ້າ​ສະ​ມາ​ຄົມ​ພຸດ​ທະ​ສາ​ໜາ​ຫວຽດ​ນາມ, ພະ​ອາ​ຈານ ທິກ​ດຶກ​ຕ໋ຽນ ​ປະ​ທານຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ​ປະ​ຈຳ​ສ.ເຊັກ​ໂກ ອ່ານ​ສານ​ທຳ​ມະ ຂອງ​ສັງ​ຄະ​ນາ​ຍົກສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ, ຮຽກ​ຮ້ອງ​ໃຫ້​​ພະ​ສົງສຳ​ມະ​ເນນ, ພຸດ​ທະ​ສາ​ສະ​ນິ​ກະ​ຊົນ ດ້ວຍ​ຄວາມ​ຮັບ​ຜິດ​ຊອບ ແລະ ​ການ​ກະ​ທຳ​ຢ່າງ​ແທດ​ຈິງ, ຈົ່ງ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ແບບ​ຍືນ​ຍົງ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທີ່​ພວມ​ຂົ່ມ​ຂູ່​​ເຖິງ​ຊີ​ວິດ​ຂອງ​ຕົນ​. ງານ​ບຸນກໍ່​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວ​ມ​ຂອງ​ຊາວ​ຕ່າງ​ປະ​ເທດ​ຈຳ​ນວນ​ໜຶ່ງ ທີ່​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ພຸດ​ທະ​ສາ​ສະ​ໜາ​ພຸດ ແລະ ຄຳ​ສັ່ງ​ສອນ​ທາງ​ສາ​ສະ​ໜາ. ສິ້ນ​ສຸດ​ງານ​ບຸນວິ​ສາ​ຂະ​ບູ​ຊາ 2016 ແມ່ນ​ພິ​ທີ​ສົງ​ນ້ຳ​ພະ, ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຂອງ​ຕົນ​ທີ່​ມີ​ຕໍ່​ພະ​ພຸດ​ທະ​ເຈົ້າ.

ຂ່າວ/ບົດ​ອື່ນ