ພິທີຮັບຫນັງສືຢັ້ງຢືນມໍລະດົກວັດທະນະທຳບໍ່ມີຮູບຮ່າງແຫ່ງຊາດ
ງານບຸນວິຫານເຈີນເທືອງ
|
(vovworld)- ຕອນຄ່ຳວັນທີ 10/2 ກົງກັບວັນທີ 14 ເດືອນຈຽງປີລະກາໄລ່ຕາມຈັນທະປະຕິທິນ, ແຂວງ ຮ່ານາມ ໄດ້ຈັດພິທີຮັບຫນັງສືຢັ້ງຢືນມໍລະດົກວັດທະນະທຳບໍ່ມີຮູບຮ່າງແຫ່ງຊາດ ງານບຸນວິຫານເຈີນເທືອງ ແລະ ພິທີແຈກຢາຍທັນຍາຫານ ດຶກແທງເຈີນ. ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ, ການນຳບັນດາກະຊວງ, ຂະແຫນງການສູນກາງ, ແຂວງ ຮ່ານາມ ພ້ອມກັບປະຊາຊົນ ແລະ ນັກທ່ອງທ່ຽວມາຈາກທຸກສາລະທິດເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ພິທີແຈກຢາຍ ທັນຍາຫານ ວິຫານເຈີນເທືອງ ແມ່ນຫນຶ່ງໃນບັນດາງານບຸນໃຫຍ່ຕົ້ນປີຂອງແຂວງ ຮ່ານາມ ເພື່ອອາໄລຫາຄຸນງາມຄວາມດີອັນໃຫຍ່ຫລວງຂອງ ດ້າຍເວືອງເຈີນກວກຕວນ.
ແລະກໍໃນ ຕອນຄ່ຳວັນດຽວກັນ, ຢູ່ແຂວ ງນາມດິ້ງ ໄດ້ຈັດພິທີເລີ່ມຕີກາວິຫານເຈີ່ນ ປີ 2017. ຕາງຫນ້າໃຫ້ການນຳພັກ, ລັດ, ອຳນາດການປົກຄອງທ້ອງຖິ່ນ, ລູກຫລານຂອງຕະກຸນ ເຈີນ ໄດ້ຖະຫວາຍທູບທຽນອາໄລຫາປູ່ຍ່າຕາຍາຍ. ທ່ານ ເລກວກຈີງ, ປະທານ ຄະນະກຳມະການປະຊາຊົນນະຄອນ ນາມດີ້ງ ໄດ້ຄຳຢັ້ງຢືນຄຸນງາມຄວາມດີອັນໃຫຍ່ຫລວງຂອງ ລາດຊະວົງເຈີນ ໃນປະຫວັດສາດແຫ່ງການຕໍ່ສູ້ຮັກສາເອກະລາດ ແລະ ສ້າງສາປະເທດຊາດຂອງຊາດ ພ້ອມທັງເນັ້ນຫນັກຄວາມໝາຍດ້ານວັດທະນະທຳ, ການເຫລື້ອມໃສທີ່ເປັນເອກະລັກສະເພາະຂອງຮີດຄອງປະເພນີ ຕີກາຕົ້ນປີ ເພື່ອພາວະນາໃຫ້ປະເທດຊາດມີຄວາມສະຫງົບ, ຄວາມຢູ່ເຢັນເປັນສຸກໃຫ້ແກ່ປະຊາຊົນ, ດິນຟ້າອາກາດເອື້ອອຳນວຍ, ລະດູການເກັບກ່ຽວໄດ້ຮັບຜົນດີ, ທຸກຄົນກ້າວເຂົ້າສູ່ປີໃຫມ່ມີສຸຂະພາບເຂັ້ມແຂງ. ທ່ານນາງ ຫງວຽນທິຊວນ, ນັກທ່ອງທ່ຽວມາຈາກແຂວງ ນີງບີງ ເຂົ້າຮ່ວມງານບຸນໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າເຂົ້າຮ່ວມພິທີໃນມື້ນີ້ເພື່ອພາວະນາໃຫ້ຄອບຄົບເຂົ້າສູ່ປີໃຫມ່ມີສຸຂະພາບເຂັ້ມແຂງ, ມີຄວາມສະຫງົບສຸກ, ລະດູການເກັບກ່ຽວໄດ້ຮັບຜົນດີ ແລະ ລູກຫລານຮ່ຳຮຽນໄດ້ດີ. ງານບຸນນີ້ ແມ່ນງານບຸນວັດທະນະທຳ, ເປັນມູນເຊື້ອອັນດີງາມເພື່ອໃຫ້ລຸ້ນຫນຸ່ມເຂົ້າໃຈໄດ້ມູນເຊື້ອຮັກຊາດຂອງບັນດາວິລະຊົນໃນເມື່ອກ່ອນ.”