ງານບຸນສະເຫຼີມສະຫຼອງ 230 ປີແຫ່ງວັນໄຊຊະນະ ຫງອກໂຮ່ຍ - ດົ໊ງດາ
(VOVWORLD) -ຕອນເຊົ້າວັນທີ 09 ກຸມພາ (ກົງກັນວັນທີ 05 ບຸນເຕັດໄລ່ຕາມຈັນທະປະຕິທິນ), ງານບຸນສະເຫຼີມສະຫຼອງ 230 ປີແຫ່ງວັນໄຊຊະນະ ຫງອກໂຮ່ຍ - ດົ໊ງດາ (1789 - 2019) ໄດ້ດຳເນີນຢູ່ຮ່າໂນ້ຍ.
(ພິທີມອບໃບຢັ້ງຢືນເຂດປູຊະນີຍະສະຖານລະດັບຊາດພິເສດ “ ນົນ ດົ໊ງດາ") |
ຢູ່ທີ່ນີ້, ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈຸງ ໄດ້ຫວນຄືນໄຊຊະນະອັນສະຫງ່າອົງອາດໃນປະຫວັດສາດແຫ່ງການຕ້ານສັດຕູຕ່າງດາວ, ປົດປ່ອຍປະເທດຊາດ, ຮັກສາເອກະລາດໃຫ້ໝັ້ນຄົງ.
ທີ່ພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ມອບໃບຢັ້ງຢືນເຂດປູຊະນີຍະສະຖານລະດັບຊາດພິເສດ “ ນົນ ດົ໊ງດາ” ໃຫ້ຜູ້ຕາງໜ້າການນຳນະຄອນຮ່າໂນ້ຍ ແລະ ເມືອງ ດົ໊ງດາ.
ກ່ອນໜ້ານັ້ນ, ວັນທີ 08 ກຸມພາ (ກົງກັນວັນທີ 04 ບຸນເຕັດໄລ່ຕາມຈັນທະປະຕິທິນ), ຢູ່ແຂວງນິງບິ່ງ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ; ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຫວໍວັນເຖືອງ, ໄດ້ຖະຫວາຍທູບທຽນ, ດອກໄມ້ ອາໄລຫາທະຫານ ໄຕເຊີນ ແລະ ໄຂງານບຸນສະເຫຼີມສະຫຼອງ 230 ປີແຫ່ງວັນໄຊຊະນະຫງອກໂຮ່ຍ - ດົ໊ງດາ. ຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ມອບຂອງຂວັນ 50 ພູດ ແລະ ລົດຖີບ 50 ຄັນໃຫ້ບັນດາຄອບຄົວ ແລະ ນັກຮຽນທຸກຍາກຢູ່ຕາແສງ ວິ້ງອານ, ເມືອງ ໄຕເຊີນ.