“ງານບຸນຫໍ່ເຂົ້າປະດັບດິນສຳລັບພຸດທະສາສະນິກະຊົນແລະ ນັກທຸລະກິດ“
“ງານບຸນຫໍ່ເຂົ້າປະດັບດິນສຳລັບພຸດທະສາສະນິກະຊົນແລະ ນັກທຸລະກິດ“
(ພາບ: Nguyễn Dân/TTXVN)
(vovworld) - ງານບຸນໂດຍຄະນະຖະແຫຼງຂ່າວ ແລະ ສື່ສານ, ສູນກາງສະມາຄົມພຸດທະສາສະໜາຫວຽດນາມຈັດຕັ້ງຂຶ້ນ ເມື່ອຕອນຄຳ່ວັນທີ 4/8, ຢູ່ໂຮງລະຄອນໃຫຍ່, ຮ່າໂນ້ຍ. ນີ້ແມ່ນລາຍການທີ່ມີລັກສະນະວັດທະນະທຳມະນຸດຢ່າງເລິກເຊິ່ງ, ເພື່ອສົ່ງສານທີ່ວ່າຈົ່ງຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າດ້ານຄຸນສົມບັດອັນສູງສົ່ງຂອງຊາດ, ພິເສດແມ່ນຄວາມກະຕັນຍູໃນສັງຄົມປະຈຸບັນ. ໃນລາຍການ, ຜູ້ຊົມຈະໄດ້ພົວພັນແລກປ່ຽນກັບແຂກເຊີນ, ເຊິ່ງແມ່ນບັນດາພະມະຫາອາຈານ, ນັກຂ່າວ, ຜູ້ທີ່ມີຄວາມກະຕັນຍູ. ພະມະຫາອາຈານ ທິກຢາກວາງ, ຮອງປະທານສະພາບໍລິຫານ, ຫົວໜ້າຄະນະໂຄສະນາ ສື່ສານ, ສູນກາງສະມາຄົມພຸດທະສາສະໜາຫວຽດນາມ, ໃຫ້ຮູ້ວ່າ:
“ໃນມູນເຊື້ອຫຼັກສິນທຳ ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນຳ້ຂອງຊາດຫວຽດນາມ, ເລື່ອງຮູ້ບຸນຄຸນຕໍ່ບັນພະບຸລຸດ, ພໍ່ເຖົ້າ, ແມ່ເຖົ້າ, ພໍ່ແມ່ ແລະ ຄວາມກະຕັນຍູ ແມ່ນມີຄວາມສຳຄັນທີ່ສຸດ, ເຊິ່ງໄດ້ຝັງເລິກໃນຈິດໃຈຂອງຊາວຫວຽດນາມແຕ່ລະຄົນ. ວັນບຸນ ຫໍ່ເຂົ້າປະດັບດິນ, ສະແດງຄວາມກະຕັນຍູຂອງພຸດທະສາສະໜາ ໄດ້ກາຍເປັນວັນບຸນທີ່ເຂັ້ມຂົ້ນໄປດ້ວຍວັດທະນະທຳມະນຸດ, ສະແດງໃຫ້ເຫັນຫຼັກສິນທຳຕອບບຸນແທນຄຸນຂອງຊາດຫວຽດນາມ “.
ໃນໂອກາດນີ້, ບັນດານັກອຸປະຖຳ, ຜູ້ໃຈບຸນ. ໃຈກຸສົນໄດ້ຈັດຕັ້ງການບໍລິຈາກ, ຮ່ວມແຮງຮ່ວມໃຈພ້ອມກັບສະມາຄົມພຸດທະສາສະໜາຫວຽດນາມໃນການເຄື່ອນໄຫວກຸສົນ. ຈຳນວນເງິນສະໜັບສະໜູນ ຖືກຈະມອບໃຫ້ວັດບາງແຫ່ງທີ່ພວມລ້ຽງດູຜູ້ເຖົ້າແກ່ທີ່ຢູ່ໂດດດ່ຽວ, ເດັກກຳພ້າບໍ່ມີບ່ອນເພິ່ງພາອາໄສ ແລະ ຜູ້ປະສົບກັບຄວາມຫຍຸ້ງຍາກອື່ນໆໃນທົ່ວປະເທດ.