ງານບຸນອາຫານການກິນຢູ່ Festival ເຫ້ວ 2022
(VOVWORLD) -ສະມາຄົມວັດທະນະທຳອາຫານການກິນ ຫວຽດນາມ ໄດ້ສົມທົບກັບສູນ Festival ເຮ້ວ 2022 ໄຂງານບຸນ “ອາຫານການກິນກຸງເກົ່າ ເຫ້ວ ກັບເຂດແຄ້ວນຕ່າງໆ”.
ໂດຍນອນໃນບັນດາເຫດການສັບປະດາ Festival ເຫ້ວ 2022, ຕອນຄ່ຳວັນທີ 23 ມິຖຸນາ, ຢູ່ສວນສາທາລະນະ ເທືອງບາກ, ນະຄອນ ເຫ້ວ, ສະມາຄົມວັດທະນະທຳອາຫານການກິນ ຫວຽດນາມ ໄດ້ສົມທົບກັບສູນ Festival ເຮ້ວ 2022 ໄຂງານບຸນ “ອາຫານການກິນກຸງເກົ່າ ເຫ້ວ ກັບເຂດແຄ້ວນຕ່າງໆ”. ງານບຸນດຳເນີນໃນລະຫວ່າງວັນທີ 23 – 26 ມິຖຸນາ, ແນະນຳບັນດາຈຸດທີ່ເປັນເອກະລັກ ແລະ ຄວາມເປັນຫຼາຍຮູບຫຼາຍແບບຂອງວັດທະນະທຳອາຫານການກິນ ເຫ້ວ ຜ່ານຮ້ານວາງສະແດງຂາຍເກືອບ 100 ຮ້ານ. ທ່ານ ເລເຕິນ, ຮອງປະທານສະມາຄົມວັດທະນະທຳອາຫານການກິນ ຫວຽດນາມ, ໃຫ້ຮູ້ວ່າ:
“ປີນີ້, Festival ໄດ້ຈັດຂຶ້ນພາຍຫຼັງໂລກລະບາດ, ບັນຍາກາດແມ່ນຟົດຟື້ນຄືນໃໝ່ແລ້ວ ແລະ ສຳລັບພວກຂ້າພະເຈົ້າ ເປັນຜູ້ຈັດງານບຸນ “ອາຫານການກິນເຂດກຸງເກົ່າ ເຫ້ວ ກັບເຂດແຄ້ວນຕ່າງໆ” ມີຄວາມປາດຖະໜາຢາກແນະນຳໃຫ້ມະຫາຊົນ, ນັກທ່ອງທ່ຽວບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະທີ່ສຸດຂອງ 3 ພາກທົ່ວປະເທດ ເຊິ່ງໄດ້ມາເຕົ້າໂຮມຢູ່ແຫ່ງນີ້”.