ງານບຸນອາຫານການກິນສາກົນຄັ້ງທີ 6 ປີ 2018

(VOVWORLD) -ຕອນເຊົ້າວັນທີ 09 ທັນວາ, ຢູ່ຮ່າໂນ້ຍ ໄດ້ຈັດຕັ້ງງານບຸນອາຫານການກິມສາກົນຄັ້ງທີ 6 ປີ 2018. ເຫດການນີ້ແມ່ນໂອກາດເພື່ອໃຫ້ບັນດາສະຖານທູດ, ບັນດາສູນວັດທະນະທຳຕ່າງປະເທດປະຈຳຮ່າໂນ້ຍ ພົບປະແລກປ່ຽນນຳກັນ.
ງານບຸນອາຫານການກິນສາກົນຄັ້ງທີ 6 ປີ 2018 - ảnh 1 (ທ່ານນາງເອກອັກຄະລັດຖະທູດຫວຽດນາມ ຫງວຽນງວຽດງາ, ປະທານກິຕິມະສັກກຸ່ມແມ່ຍິງປະຊາຄົມອາຊຽນ ປະຈຳຮ່າໂນ້ຍ)

ມີ 130 ຮ້ານອາຫານຂອງບັນດາປະເທດຄື: ຫວຽດນາມ, ລາວ, ກຳປູເຈຍ, ໄທ, ອິນໂດເນເຊຍ, ບຣາຊິນ... ແລະ ບັນດາວິສາຫະກິດຂອງຫຼາຍແຂວງນະຄອນຂອງຫວຽດນາມ ພ້ອມກັນເຂົ້າຮ່ວມ. ຈຸດພິເສດທີ່ງານບຸນຄັ້ງນີ້ແມ່ນແຕ່ລະປະເທດຈະເຮັດບັນດາເຍື່ອງອາຫານຂອງປະເທດທີ່ຕາງໜ້າໃຫ້ບັນດາພື້ນຖານຂອງປະເທດຕົນ ແລະ ບັນດາເຍື່ອງອາຫານນັ້ນໂດຍບັນດາພາລະກອນສະຖານທູດເຮັດເອງເພື່ອແນະນຳເຖິງແຂກເຂົ້າຮ່ວມ. ນອກນັ້ນ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາຫົວໜ່ວຍເຂົ້າຮ່ວມ ພ້ອມກັນຮ່ວມແຮງຮ່ວມໃຈເພື່ອການກຸ້ສົນຢູ່ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ຫງວຽນງວຽດງາ, ປະທານກິຕິມະສັກກຸ່ມແມ່ຍິງປະຊາຄົມອາຊຽນ ປະຈຳຮ່າໂນ້ຍ, ໃຫ້ຮູ້ວ່າ.

        “ຫວນຄືນໄລຍະ 5 ປີຜ່ານມາ, ພວກເຮົາມີຄວາມເອກອ້າງທະນົງໃຈກ່ຽວກັບງານບຸນອາຫານການກິນສາກົນ ດ້ວຍການເຂົ້ົ້າຮ່ວມຂອງທັງ 3 ເຂດພາກຂອງປະເທດຫວຽດນາມ. ໃນປີ 2014 ຈຳນວນຮ້ານອາຫານທີ່ເຂົ້າຮ່ວມມີພຽງ 54 ຮ້ານເທົ່ານັ້ນ. ຮອດປີ 2018 ນີ້, ຈຳນວນຮ້ານອາຫານເຂົ້າຮ່ວມແມ່ນຂຶ້ນເຖິງ 130 ຮ້ານຂອງບັນດາສະຖານທູດ ແລະ ບັນດາແຂວງ ແລະ ວິສາຫະກິດ. ງານບຸນຄັ້ງນີ້ມີຄວາມໝາຍກວ່າເມື່ອພວກເຮົາຮ່ວມເດີນທາງເຂົ້າຮ່ວມການໃຈບຸນໃຈກຸ້ຊົນໃຫ້ບັນດາເດັກພິການ, ເດັກກຳພ້າ, ບັນດາຜູ້ເຖົ້າຜູ້ແກ່…”

        ຜ່ານງານບຸນອາຫານການກິນ 5 ຄັ້ງ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ເຂົ້າຮ່ວມການກຸ້ສົນໄດ້ບໍລິຈາກຈຳນວນເງິນກວ່າ 1,8 ຕື້ດົ່ງ ເພື່ອມອບໃຫ້ຄົນພິການ, ເດັກກຳພ້າ, ຜູ້ປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດ. ຄາດວ່າ, ຈຳນວນເງິນກຸ້ຊົນປີນີ້ຈະສົ່ງເຖິງບັນດາເດັກນ້ອຍຢູ່ເຂດພູສູງ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ