ງານບຸນອາຫານການກິນຫວຽດນາມຢູ່ສ.ເຊັກໂກ
ງານບຸນອາຫານການກິນຫວຽດນາມຢູ່ສ.ເຊັກໂກ
(ພາບ: Vietnam+)
(vovworld) – ວັນທີ 04/09, ຢູ່ເມືອງ Praha 4, ນະຄອນຫຼວງສ.ເຊັກໂກ ໄດ້ດຳເນີນງານບຸນວັດທະນະທຳນ້ຳໃຈເພື່ອນມິດບໍ່ມີພົນແດນ ດ້ວຍຫົວຂໍ້ວ່າ “ອາຫານການກິນອາຊີ” ເນື່ອງໃນໂອກາດປີວັດທະນະທຳຫວຽດນາມ ຢູ່ເຊັກໂກ ແລະ ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ. ງານບຸນຄັ້ງນີ້ໄດ້ດຶງດູດຜູ້ເຂົ້າຊົມເກືອບ 10.000 ເທື່ອຄົນ. ທີ່ງານບຸນຍັງມີບັນດາຮ້ານໂຄສະນາການທ່ອງທ່ຽວ, ແນະນຳບັນດາຜະລິດຕະພັນສິລະປະຫັດຖະກຳ, ການສະແດງສິລະປະ… ໃນນັ້ນຮ້ານວາງສະແດງອາການການກິນຫວຽດນາມ ໄດ້ດຶງດູດຜູ້ເຂົ້າຊົມເປັນຈຳນວນຫຼາຍ.