ງານ​ບຸນ​ເພື່ອ​ສັນ​ຕິ​ພາບ - ເສັ້ນ​ທາງ​ຂອງ​ບັນ​ດາ​ຜູ້​ຮັກ​ຫອມ​ສັນ​ຕິ​ພາບ

(VOVWORLD) - ງານບຸນເພື່ອສັນຕິພາບປີ 2024 ໄຂຂຶ້ນໃນຕອນຄ່ຳວັນທີ 6 ກໍລະກົດ, ຢູ່ເຂດຮ່ອງຮອຍສະຖານປະຫວັດສາດລະດັບຊາດພິເສດ ສອງຝັ່ງແມ່ນ້ຳ ຮ່ຽນເລືອງ - ເບັ້ນຫາຍ, ແຂວງ ກວ໋າງຈິ, ດ້ວຍຫົວຂໍ້ “ຜູກຮັດບັນດາຂົວຕໍ່”. ນີ້ແມ່ນງານບຸນໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ໂດຍແຂວງ ກວ໋າງຈິ ຈັດຕັ້ງ ດ້ວຍລະດັບຊາດ.
ງານ​ບຸນ​ເພື່ອ​ສັນ​ຕິ​ພາບ - ເສັ້ນ​ທາງ​ຂອງ​ບັນ​ດາ​ຜູ້​ຮັກ​ຫອມ​ສັນ​ຕິ​ພາບ - ảnh 1“ສານຂອງລາຍການແມ່ນ “ຮ່ວມແຮງຮ່ວມໃຈສ້າງໂລກສັນຕິພາບ” (ພາບ: VOV)

ຈຸດພົ້ນເດັ່ນຂອງງານບຸນ ແມ່ນລາຍການສະແດງສິລະປະພິເສດ ເພື່ອໄຂງານບຸນໃນຕອນຄ່ຳວັນທີ 6 ກໍລະກົດ, ດ້ວຍການເຂົ້າຮ່ວມຂອງນັກສິລະປະປິນຊື່ດັ່ງຢູ່ພາຍໃນປະເທດ ແລະ ສາກົນ. ແຫຼ່ງບັນດານໃຈຂອງ ທ່ານ ດັ້ງເລມິງຈີ, ຫົວໜ້າຄະນະກຳກັບລາຍການສະແດງສິລະປະ ໄດ້ເລີ່ມມາຈາກຂົວ ຮ່ຽນເລືອງ, ຂົວຕໍ່ສະແດງຄວາມຄາດຫວັງ ທ້ອນໂຮມປະເທດຊາດເປັນເອກະພາບ, ຈິດໃຈຜູກພັນລະຫວ່າງ ອະດີດ ກັບ ອະນາຄົດ ໃນການເດີນທາງຂອງຜູ້ຮັກຫອມສັນຕິພາບ. ທ່ານກ່າວວ່າ:

        “ສານຂອງລາຍການແມ່ນ “ຮ່ວມແຮງຮ່ວມໃຈສ້າງໂລກສັນຕິພາບ”. ພວກຂ້າພະເຈົ້າຢາກເນັ້ນໜັກເຖິງຄວາມສາມັກຄີ, ສາມັກຄີ ຈະແມ່ນຄຸນຄ່າໃຫຍ່ຫຼວງທີ່ສຸດ ແລະ ແທ້ຈິງທີ່ສຸດ. ທີສອງແມ່ນ ສ້າງສາ, ພວກເຮົາພ້ອມກັນປະກອບສ່ວນ, ພ້ອມກັນສ້າງ, ພ້ອມກັນສ້າງໂລກສັນຕິພາບ”

        ນອກຈາກນັ້ນແລ້ວ, ລາຍການພົບປະແລກປ່ຽນສະແດງດົນຕີສາກົນ “ທຳນອງດົນຕີສັນຕິພາບ” ຍັງມີການເຂົ້າຮ່ວມຂອງນັກສິລະປິນທີ່ມາຈາກບັນດາປະເທດ ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາ, ຈີນ, ຝລັ່ງ, ອົດສະຕາລີ, ກູບາ, ຟີລິບປິນ, ໄທ, ລາວ, ກຳປູເຈຍ ແລະ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ