(ພາບປະກອບ:thoibaonganhang.vn)
(vovworld)- ໃນຂອບເຂດລາຍການສະເຫລີມສະຫລອງ 40 ປີແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດຫວຽດນາມ-ລາຊະອານາຈັກອັງກິດ ແລະ ໄອແລນເໜືອ (1973-2013), ວັນທີ 23/6, ຢູລອນດອນ, ໄດ້ໄຂງານບຸນຫວຽດນາມ ຢູ່ກາງແຈ້ງໂດຍສະມາຄົມວັດທະນະທຳ, ສິລະປະຫວຽດນາມ ຈັດຕັ້ງຂຶ້ນ ພາຍໃຕ້ການໜູນຊ່ວຍຂອງສະຖານທູດຫວຽດນາມ ປະຈຳລາຊະອານາຈັກອັງກິດ ແລະ ໄອແລນເໜືອ. ເຂົ້າຮ່ວມເຫດການສຳຄັນດັ່ງກ່າວມີທ່ານຫວູ໋ກວາງມິງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກອັງກິດ ແລະ ໄອແລນເໜືອ, ທ່ານປະທານບໍລິຫານເຄືອຂ່າຍບັນດາເພື່ອນມິດຂອງຫວຽດນາມ Ben Chapman, ທ່ານປະທານສະມາຄົມມິດຕະພາບອັງກິດ-ຫວຽດນາມ Len Aldis, ຜູ້ຕາງໜ້າສະມາຄົມຊາວຫວຽດນາມ, ບັນດາປະເທດອາຊຽນ ແລະ ມະຫາວິທະຍາໄລໃຫ່ຍຈຳນວນໜຶ່ງຢູ່ລອນດອນ ກໍ່ຄືຊາວຫວຽດນາມ ອາໄສຢູ່ອັງກິດ ພ້ອມດ້ວຍນັກຮຽນນັກສຶກສາຫວຽດນາມ ຢູ່ອັງກິດ ເປັນຈຳນວນຫລາຍ. ງານບຸນດຳເນີນໄປໃນວັນທີ 23-24/6 ດ້ວຍຮ້ານວາງສະແດງສິນຄ້າ 40 ຮ້ານ ຊື່ງໄດ້ແນະນຳບັນດາຈຸດພິເສດສະເພາະຂອງສິລະປະ, ວັດທະນະທຳ, ຊຸດອາພອນ, ອາຫານການກິນ ແລະ ດົນຕີຫວຽດນາມ ກັບແຂກທ່ອງທ່ຽວ ແລະ ຊາວຫວຽດນາມ ອາໄສຢູ່ອັງກິດ. ຄຽງຂ້າງການໂຄສະນາວັດທະນະທຳ ແລະ ສິລະປະອາຫານການກິນ, ບັນດາບໍລິສັດຫວຽດນາມ ໄດ້ແນະນຳກັບເພື່ອນມິດສາກົນກ່ຽວກັບບັນດາຜະລິດຕະພັນທີ່ມີເຄື່ອງໝາຍການຄ້າຫວຽດນາມຄື: ເຄື່ອງປັ້ນ, ເຄືອບດິນເຜົາ, ແພໄໝ…