ພວກນ້ອງນັກຮຽນໄດ້ເຂົ້າຮ່ວມການແຕ້ມ, ທາສີໜ້າກາກ
(vovworld) – ວັນທີ 4/9, ຢູ່ວັນມ໋ຽວກວກຕື໋ຢ໋າມ (ມະຫາວິທະຍາໄລແຫ່ງທຳອິດຢູ່ ຫວຽດນາມ, ຮ່າໂນ່ຍ, ໄດ້ດຳເນີນງານບຸນ “ໜ້າກາກ ໄຫວ້ພະຈັນວັນເພັງເດືອນ 8 - ບັກເບີ່ມມີວີ” ໄດ້ດຶງດູດນັກຮຽນກ່ວາ 800 ຄົນເຂົ້າຮ່ວມ. ນະທີ່ນີ້, ນັກຮຽນໄດເຮັດໜ້າກາກສະເພາະໃຫ້ຕົນເອງ, ເຂົ້າຮ່ວມບັນດາການເຄື່ອນໄຫວລະຫຼິ້ນ ແລະ ເຈື່ອຈານເຂົ້າກັບສິລະປະ. ຈຸດພົ້ນເດັ່ນຂອງລາຍການປີນີ້ແມ່ນສັນຍາລັກ “ບັກເບີ່ມ”, ເຊິ່ງແມ່ນຕົວລະຄອນລຶ້ງເຄີຍສຳລັບວັດທະນະທຳ ຫວຽດນາມ. ໄປຄຽງຄູ່ກັບການແຕ້ມໜ້າກາກ , ຊອກຫາວິທີທີ່ສີໜ້າກາກທີ່ເປັນປະເພນີແລ້ວ, ພວກນ້ອງນັກຮຽນຍັງໄດ້ພ້ອມກັນແຕ້ມ, ທາສີໃສ່ວີເຈ້ຍ. ງານບຸນດັ່ງກ່າວຈະສືບຕໍ່ໄດ້ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ ໃນວັນທີ 10/9 ຈະມາເຖິງ.