ງານບຸນ Lam Kinh 2012
(ພາບ: phapluatxahoi.vn)
(TTX)- ວັນທີ 7/10, ຢູ່ເຂດປູສະນີຍະສະຖານປະຫັວດສາດ Lam Kinh, ຕາແສງ Xuan Lam, ເມືອງ Tho Xuan, ແຂວງ Thanh Hoa ໄດ້ຈັດງານບຸນ Lam Kinh 2012 ຂຶ້ນຢ່າງສົມກຽດເນື່ອງໃນໂອກາດສະເຫຼີມສະຫຼອງ 594 ປີແຫ່ງວັນທະຫານ Lam Son ລຸກຮື້ຂຶ້ນ , 584 ປີແຫ່ງວັນເຈົ້າຊີວິດ Le Thai To ຂຶ້ນຄອງພະລະຊະບັນລັງ ແລະ 579 ປີແຫ່ງວັນຖິງແກ່ມໍລະນະກຳຂອງນັກວິລະຊົນແຫ່ງຊາດ Le Loi. ໃນງານບຸນ, ພາກພິທີການຖືກຈັດຂຶ້ນຕາມປະເພນີພື້ນເມືອງ ວາດພາບບັນດາເຫດການສຳຄັນຍິ່ງ ແລະ ເຕັມໄປດ້ວຍສີສັນວັດທະນະທຳສະໄໝລາຊະວົງ Le ຄືນໃໝ່. ຄຽງຄູ່ກັນກັ້ນ, ງານບຸນໄດ້ດຳເນີນໄປດ້ວຍລາຍການສະແດງສິລະປະລະຄອນບົນເວທີຢ່າງສົມກຽດ, ກະທັດລັດ. ນີ້ກໍ່ແມ່ນປີທຳອິດທີ່ຂະແໜງວັດທະນະທຳ Thanh Hoa ໄດ້ຟື້ນຟູ ແລະ ນຳລະຄອນທີ່ມີຊື່ສຽງ Xuan Pha ຊື່ງຖືກຖືວ່າແມ່ນສິ່ງຍອດຍິງຂອງສິລະປະຟ້ອນລຳພື້ນເມືອງຫວຽດນາມ ເຂົ້າເນື້ອໃນຂອງງານບຸນ Lam Kinh.