ງານປະກວດການສະແດງລະຄອນແຈວອາຊີບທົ່ວປະເທດ
ພາບປະກອບ
|
(vovworld-) ງານປະກວດການສະແດງລະຄອນແຈວອາຊີບທົ່ວປະເທດ ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງປີທ່ອງທ່ຽວແຫ່ງຊາດເຂດທົ່ງພຽງແມ່ນ້ຳແດງ-ຫາຍຟ່ອງ 2013. ງານປະກວດການສະແດງລະຄອນແຈວອາຊີບທົ່ວປະເທດ ມີການເຂົ້າຮ່ວມຂອງ 17 ກອງສິລະປະລະຄອນແຈວໃນທົ່ວປະເທດ ດ້ວຍ 24 ລາຍການສະແດງ. ທ່ານໂຮ່ແອງຕ້ວຍ ຮອງລັດຖະມົນຕີກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ, ຮອງຫົວໜ້າຄະນະຊີ້ນຳ ປີທ່ອງທ່ຽວແຫ່ງຊາດເຂດທົ່ງພຽງແມ່ນ້ຳແດງ-ຫາຍຟ່ອງ 2013 ໃຫ້ຮູ້ວ່າ :
“ ງານປະກວດການສະແດງລະຄອນແຈວອາຊີບທົ່ວປະເທດ ມີຈຸດໝາຍປະກອບສ່ວນເຊີດຊູບັນດາຄຸນຄ່າດ້ານສິລະປະການສະແດງລະຄອນແຈວ, ເຊີດຊູບັນດາຫົວໜ່ວຍ, ນັກສິລະປີນ ທີ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພື້ນຖານສິລະປະການສະແດງລະຄອນແຈວຫວຽດນາມ. ພ້ອມນັ້ນ, ກໍແມ່ນໂອກາດເພື່ອໃຫ້ບັນດາກອງລະຄອນແຈວ, ນັກສິລະປີນໄດ້ພົບປະແລກປ່ຽນ,ຊອກຫາສິ່ງທີ່ໃໝ່ອຽມໃນດ້ານສິລະປະ ເພື່ອສ້າງໃຫ້ມີບັນດາລາຍການສະແດງທີ່ມີຄຸນນະພາບ ຮັບໃຊ້ມວນຊົນ ”