ງານປະກວດ “ເສື້ອຍາວທີ່ສວຍງາມ” ເຊີດຊູຄວາມງາມຂອງແມ່ຍິງຫວຽດນາມ

ງານປະກວດ “ເສື້ອຍາວທີ່ສວຍງາມ” ເຊີດຊູຄວາມງາມຂອງແມ່ຍິງຫວຽດນາມ - ảnh 1
ພາບ​ປະ​ກອບ​ຈາກ ດືກ​ແອງ, VOV5

(vovworld) – ໂດຍນອນ​ໃນ​ຂອບ​ເຂດ​ງານ​ບຸນ​ເສື້ອ​ຍາວ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ ປີ 2017, ຕອນ​ຄ່ຳ​ວັນ​ທີ 5/3, ທີ່​ຖະ​ໜົນ​ທາງ​ຍ່າງ ຫງວຽນ​ເຮ້ວ, ເມືອງ 1, ນະ​ຄອນ ໂຮ່​ຈີ​ມິນ ໄດ້​ດຳ​ເນີນ​ງານ​ປະ​ກ​ວດ “ເສື້ອ​ຍາວ​ທີ່​ສວຍ​ງາມ” ຮອບ​ຊິງ​ຊະ​ນະ​ເລີດ​.

        ລາງວັນ​ທີ​ໜຶ່ງ​ເປັນ​ທິ​ມ​ເປັນ​ຂອງຫົວ​ໜ່ວຍ​ສະ​ຫະ​ພັນ​ແມ່​ຍິງ​ຕຳຫຼວດ ນະ​ຄອນ ໂຮ່​ຈີ​ມິນ. ລາງວັນ​​ສ່ວນບຸກ​ຄົນ​ສຳ​ລັບ​ເພດ​ຊາຍ​​ແມ່ນ​ເປັນ​ຂອງ ມາຍ​ແທງ​ຢູຍ, ລາງວັນ​ທີ​ໜຶ່ງ​ ສ່ວນບຸກ​ຄົນ​ສຳ​ລັບ​ເພດ​ຍິງ​ແມ່ນ​ເປັນ​ຂອງ​​ ຫງວຽນ​ທິ​ແທງ​ຖາວ ແລະ ລາງວັນ​ທີ​ໜຶ່ງ​ສ່ວນ​ບຸກ​ຄົນ​​ສຳ​ລັບ​ຜູ້​ອາ​ຍຸ​ກ່​ວາ 35 ປີ​​ແມ່ນ​ເປັນ​ຂອງ ເຈີ່ນ​ທິ​ລານ​ເຮືອງ. ນາງ​ງາມ ຫວຽດ​ນາມ ປີ 2016 ໂດ໋​ໝີ​ລີງ, ຕົວ​ແທນ​​ຂອງ​ງານ​ບຸນ​, ໃຫ້​ຮູ້​ວ່າ:

        “​ຊຸດເສື້ອ​ຍາວ​ຂອງ​ແມ່​ຍິງ ຫວຽດ​ນາມ ຍາມໃດ​ກໍ່ງ​າມແບບ​ມີ​ສະ​ເໜ​ທີ່​ສຸດ ​ເຮັດ​ໃຫ້​ຮູບ​ຊົງຂອງ​ແມ່​ຍິງ​ມີ​ຄວາມ​ງາມ​ຍິ່ງ​ຂຶ້ນ. ​ພ້ອມ​ທັງ​ມີຄວາມ​ສຸ​ພາບ ແລະ ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນ. ສຳ​ລັບ​ຂ້າ​ພະ​ເຈົ້າ​ເ​ອງ, ເມື່ອ​ນຸ່ງ​ຊຸດ​ເສື້ອ​ຍາວ​ກໍ່​ຮູ້​ສຶກ​ວ່າ ຕົນ​ເອງ​ມີ​ຄວາມນິ້ມນວ​ນ​ອ່ອນ​ຫວານ​ກ່​ວາ ແລະ ນັ້ນ​ກໍ່​ແມ່ນ​ຄວາມ​ງາມ​ທີ່​ເປັນ​ມ​ູນ​ເຊື້ອ​ຂອງ​ແມ່​ຍິງ ຫວຽດ​ນາມ.”


ຂ່າວ/ບົດ​ອື່ນ