ງານພົບປະມິດຕະພາບຊາວໜຸ່ມຫວຽດນາມ-ລາວປີ2016ຈະດຳເນີນໃນລະຫວ່າງວັນທີ05-11/07

ງານພົບປະມິດຕະພາບຊາວໜຸ່ມຫວຽດນາມ-ລາວປີ2016ຈະດຳເນີນໃນລະຫວ່າງວັນທີ05-11/07 - ảnh 1
ອ້າຍ ຫງວຽນ​ລອງ​ຫາຍ, ເລ​ຂາ​ສູນ​ກາງ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ
(ພາບ: doanthanhnien)

(vovworld) - ​​ ງານ​ພົບ​ປະ​ມິ​ດ​ຕະ​ພາບ​ຊາວ​ໜຸ່ມ​ຫວຽດ​ນາມ - ລາວ​ ປີ 2016 ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 05-11/07. ນີ້​ແມ່ນ​ຂ່າວ​ຄາວ​ໂດຍ​ອ້າຍ ຫງວຽນ​ລອງ​ຫາຍ, ເລ​ຂາ​ສູນ​ກາງ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ, ຫົວ​ໜ້າ​ຄະ​ນະ​ຜ​ູ້​ແທນ​ຊາວ​ໜຸ່ມ​ຫວຽດ​ນາມ​ ​ເຂົ້າ​ຮ່ວມ​ງານ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ໃຫ້​ຮູ້ໃນ​ຕອນ​ເຊົ້າ​ວັນ​ທີ 04/07. ​ອ້າຍ ຫງວຽນ​ລອງ​ຫາຍ ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ການ​ເມືອງ​ພົວ​ພັ​ນ​ຕ່່າງ​ປະ​ເທດ​​ທີ່ສຳ​ຄັນ​ຂອງ​ຄະ​ນະ​ຊາວ​ໜຸ່ມ ແລະ ໄວ​ໜຸ່ມ 2 ປະ​ເທດ​ຫວຽດ​ນາມ - ລາວ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວ​ີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ພັກ, 2 ລັດ, ປະ​ຊາ​ຊົນ ແລະ ໄວ​ໜຸ່ມ 2 ປະ​ເທດ​ຫວຽດ​ນາມ​ - ລາວ. ມີ​ຜູ້​ແທນ​ເຊິ່ງ​ເປັນ​ຊາວ​ໜຸ່ມດີ​ເດັ່ນ​ຂອງ​ຫວຽດ​ນາມ 50 ຄົນໃນ​ຂົງ​ເຂດ​ຕ່າງໆ​ເຂົ້າ​ຮ່ວມ​ການ​ເຄື່ອ​ນ​ໄຫວນີ້.

ຂ່າວ/ບົດ​ອື່ນ