ງານພົບປະສັງສັນບັນດານັກປະຕິວັດເຂດ ໄຊງ່ອນ - ຢາດິ້ງ

ງານພົບປະສັງສັນບັນດານັກປະຕິວັດເຂດ ໄຊງ່ອນ - ຢາດິ້ງ - ảnh 1
( ພາບ : congan.com.vn )
(vovworld)- ຕອນ​ເຊົ້າ​ວັນ​ທີ 27/1 ຢູ່​ວິຫານ ຢາ​ດິ້ງ, ​ເມືອງ ກູ​ຈີ. ຄະນະ​ຈັດ​ຕັ້ງ​ບັນດາ​ງານ​ຍຸນ​ໃຫຍ່​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ສັງ​ສັນ​ບັນດາ​ນັກ​ປະຕິວັດ​ເຂດ ​ໄຊ​ງ່ອນ - ຢາ​ດິ້ງ. ກ່າວ​ຄວາມ​ເຫັນ​ທີ່ງານ​ພົບ​ປະ​ສັງ​ສັນ​, ທ່ານ ​ເລ​ຮ່ວາງ​ກວນ ປະທານ​ຄະນະ​ກຳມະການ ປຊຊ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ທົບ​ທວນຄື​ນູນ​ເຊື້ອ​ແຫ່ງ​ການ​ຕໍ່ສູ້​ປະຕິວັດ​ອັນ​ພິລະ​ອາດ​ຫານ​ຂອງ ປຊຊ ​ເຂດ ​ໄຊ​ງ່ອນ - ຢາ​ດິ້ງ​ ​ໃນ​ເມື່ອ​ກ່ອນ. ​ໂດຍ​ສືບ​ທອດ​ມູນ​ເຊື້ອ​ອັນ​ພິລະ​ອາດ​ຫານ, 36 ປີ ຜ່ານ​ມາ, ອົງຄະ​ນະ​ພັກ, ປຊຊ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ອອກ​ແຮງ​ພ້ອມ​ກັບ​ທົ່ວ​ປະ​ເທດ​ກ້າວ​ຂຶ້ນ​ກໍ່ສ້າງ​ສັງຄົມ​ນິຍົມ.

”​ໄຊ​ງ່ອນ - ຢາ​ດິ້ງ ນະຄອນ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ນຳ​ໜ້າ​ໃນ​ຊຸມ​ປີ​ແຫ່ງ​ການ​ຕໍ່ຕ້ານ​ຕ້ານ​ລ່າ​ເມືອງ​ຂຶ້ນ​ ​ແລະ ຈັກກະພັດ ກໍ່​ຄື​ໃນ​ໄລຍະ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່. ​ໃນ​ໄລຍະ​ແຫ່ງ​ການ​ປະຕິວັດ​ປະຈຸ​ບັນ​ນີ້ ນະຄອນ ​ໂຮ່ຈີ​ມິນ  ສູ້​ຊົນ​ນຳ​ໜ້າ​ໃນ​ພາລະກິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ​ທັນ​ສະ​ໄໝ ​ເພື່ອ​ຈຸດໝາຍ ປຊຊ ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ເເຂ​ງ ປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ ສີວິ​ໄລ, ກ້າວ​ຂຶ້ນ​ສັງຄົມ​ນິຍົມ​ຢ່າງ​ໝັ້ນຄົງ ”.

ຂ່າວ/ບົດ​ອື່ນ