ງານພົບປະເຈລະຈາຂັ້ນສູງລະຫວ່າງກະຊວງ
ຕຳຫລວດຫວຽດນາມ ແລະ ກະຊວງຕຳຫລວດຈີນ
(vovworld) - ຕອນບ່າຍວັນທີ 25/09, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລີມ ໄດ້ພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງຕຳຫລວດ ຈີນ ກົວເຊິງກວນ ທີ່ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທ່ານລັດຖະມົນຕີ ໂຕເລີມ ຊີ້ແຈ້ງວ່າ: ໃນໄລຍະຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ຈີນ ພັດທະນາໃນທຸກຂົງເຂດ. ສ່ວນທ່ານລັດຖະມົນຕີ ກົວເຊິງກວນ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າໄລຍະຜ່ານມາ ການພົວພັນຮ່ວມມືລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງກະຊວງຕຳຫລວດ ຫວຽດນາມ - ກະຊວງຕຳຫລວດ ຈີນ ເວົ້າສະເພາະໄດ້ຮັບການເປີດກ້ວາງ, ພັດທະນາ, ບັນລຸໄດ້ໝາກຜົນແທ້ຈິງຫລາຍຢ່າງໃນບັນດາຂົງເຂດຮ່ວມມືຢ່າງບໍ່ຢຸດຢັ້ງ. ລັດຖະມົນຕີທັງ 2 ທ່ານສະແດງຄວາມປາດຖະໜາວ່າ ການພົວພັນຮ່ວມມືລະຫວ່າງ 2 ກະຊວງໃນໄລຍະຈະມາເຖິງຈະພັດທະນາຢ່າງແຮງກ່ວາ, ປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.
ແລະໃນຕອນບ່າຍວັນດຽວກັນ, ທ່ານລັດຖະມົນຕີ ໂຕເລີມ ແລະ ທ່ານລັດຖຸະມົນຕີກະຊວງຕຳຫລວດ ຈີນ ກົວເຊິງກວນ ເປັນປະທານຮ່ວມກອງປະຊຸມຮ່ວມມື, ປ້ອງກັນຕ້ານອາດຊະຍາກຳຄັ້ງທີ 5 ລະຫວ່າງກະຊວງຕຳຫລວດ ຫວຽດນາມ ແລະ ກະຊວງຕຳຫລວດ ຈີນ.