ງານພົບປະແລກປ່ຽນຊາວໜຸ່ມຫວຽດນາມ ແລະ ກຳປູເຈຍ ຄັ້ງທີ 5

ງານພົບປະແລກປ່ຽນຊາວໜຸ່ມຫວຽດນາມ ແລະ ກຳປູເຈຍ ຄັ້ງທີ 5 - ảnh 1
( ພາບປະກອບ )

( vovworld ) –   ງານ​ພົບ​ປະ​ແລກປ່ຽນ​ຊາວ​ໜຸ່ມ​ຫວຽດນາມ ​ແລະ ກຳ​ປູ​ເຈຍ ຄັ້ງ​ທີ 5 ​ໄດ້​ສິ້ນ​ສຸດ​ລົງ​ໃນ​ຕອນ​ຄໍ່າ​ວັນ​ທີ 11/5 ຢູ່​ນະຄອນ​ທະ​ເລ Preah Sihanouk ຂອງ​ກຳປູ​ເຈຍ. ດ້ວຍ​ຫົວ​ຂໍ້​ວ່າ: “ ຊາວ​ໜຸ່ມ​ຫວຽດນາມ - ຊາວ​ໜຸ່ມ​ກຳປູ​ເຈຍ ​ເພີ່ມ​ທະວີ​ຄວາ​ມສາມັກຄີ,​ ມິດຕະພາບ​ເພື່ອ​ສັນຕິພາບ, ກາ​ນຮ່ວມ​ມື ​ແລະ ພັດ​ທະນາ ” ບັນດາ​ຜູ້​ແທນ​ຊາວ​ໜຸ່ມ​ສອງ​ປະ​ເທດ​ໄດ້​ແລກປ່ຽນ​ຂໍ້​ມູນ​ຂ່າວ, ບົດຮຽນ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຊາວ​ໜຸ່ມ​ຢູ່​ທ້ອງ​ຖີ່​ນຂອງ​ຕົນ. ບັນດາ​ນັກ​ທຸລະ​ກິດ​ໜຸ່ມສອງ​ປະ​ເທດ​ໄດ້​ປຶກສາ​ຫາລື​ຫົວ​ເລື່ອງ “ ຊອກ​ຮູ້​ຕະຫຼາດ, ຮ່ວມ​ມື​ພ້ອມ​ກັນ​ພັດທະນາ ”. ບັນດາ​ຜູ້​ແທນ​ຊາວ​ໜຸ່ມ​ຫວຽດນາມ ກໍ​ມີ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ມີ​ຄວາມ​ໝາຍ​ໃນ​ປະ​ເທດ​ກຳປູ​ເຈຍ. ນ້ອງ Tran Ngoc Tran,​ນັກຮຽນ​ມັດທະຍົມ​ຕອນ​ປ່າຍ Nguyen Trung Truc, ​ແຂ​ວງກຽນ​ຢາງ ​ໃຫ້​ຮູ້​ວ່າ.

        “ ​ໃນ​​ເກັ່ນ​ອາຍຸນັກຮຽນ, ພວກ​ເຮົາ​ຄວນ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ນ້ຳ​ໃຈ​ມິດຕະພາບຂອງ​ຫວຽດນາມ ​ແລະ ກຳປູ​ເຈຍ,​ ຈາກ​ນັ້ນພວກ​ເຮົາ​ຈະ​ມີ​ຈຸດປະສົງ ​ແລະ ທິດ​ທາງ ​ເພື່ອ​ຮັກສາ​ສັນຕິພາບ​ຂອງ​ຫວຽດນາມ ​ແລະ ກຳປູ​ເຈຍ ​ໃຫ້​ໝັ້ນຄົງ ”.

ຂ່າວ/ບົດ​ອື່ນ