ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຈັດຂຶ້ນເປັນຄັ້ງທຳອິດ

(VOVWORLD) - ຄາດວ່າ, ບັນດາການເຄື່ອນໄຫວຕົ້ນຕໍ່ທີ່ງານພົບປະ, ລວມມີ: ການພົບປະເຈລະຈາລະຫວ່າງລັດຖະມົນຕີກະຊ້ວງປ້ອງກັນປະເທດ 3 ປະເທດ; ສົມທົບກັນຈັດການລາດຕະເວັນ, ກວດກາຫຼັກໝາຍຢູ່ເຂດ 3 ແຍກຊາຍແດນ
ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຈັດຂຶ້ນເປັນຄັ້ງທຳອິດ - ảnh 1ທີ່ການຖະແຫຼງຂ່າວ
(ພາບ: VGP/PL)

        ຕອນເຊົ້າວັນທີ 01 ທັນວາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດການຖະແຫຼງຂ່າວ ປະກາດແຫຼ່ງຂ່າວໂດຍໃຫ້ຮູ້ວ່າ, ເປັນຄັ້ງທຳອິດກະຊວງປ້ອງກັນປະເທດຂອງ ຫວຽດນາມ - ລາວ - ກຳປູເຈຍ ຈັດງານພົບປະແລກປ່ຽນຢູ່ເຂດຊາຍແດນຂອງ 3 ປະເທດ.

        ຄາດວ່າ, ງານພົບປະດັ່ງກ່າວຈະຈັດຂຶ້ນໃນກາງເດືອນ ທັນວາ ຢູ່ເຂດຊາຍແດນລວມ 3 ປະເທດ, ແມ່ນ: ເມືອງ ງອັກໂຮຍ (ແຂວງ ກອນຕູມ, ຫວຽດນາມ), ແຂວງ ອັດຕະປື (ລາວ, ແຂວງ ຣາດຕະນາກີຣີ (ກຳປູເຈຍ) ແລະ ນະຄອນ ກອນຕູມ (ຫວຽດນາມ).

        ຄາດວ່າ, ບັນດາການເຄື່ອນໄຫວຕົ້ນຕໍ່ທີ່ງານພົບປະ, ລວມມີ: ການພົບປະເຈລະຈາລະຫວ່າງລັດຖະມົນຕີກະຊ້ວງປ້ອງກັນປະເທດ 3 ປະເທດ; ສົມທົບກັນຈັດການລາດຕະເວັນ, ກວດກາຫຼັກໝາຍຢູ່ເຂດ 3 ແຍກຊາຍແດນລະຫວ່າງກຳລັງຂອງ 3 ປະເທດ; ມອບທຶນສຶກສາ, ຂອງຂວັນໃຫ້ບັນດານັກຮຽນ ແລະ ຄອບຄົວຂອງ 3 ປະເທດດຳລົງຊີວິດຢູ່ເຂດຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ