ງານພົບປະແລກປ່ຽນວັດທະນະທຳ,ອາຫານການກິນຫວຽດນາມ-ອາເມລິກາ

ງານພົບປະແລກປ່ຽນວັດທະນະທຳ,ອາຫານການກິນຫວຽດນາມ-ອາເມລິກາ - ảnh 1
(ພາບປະກອບ)

(vovworld) – ​ໂດຍ​ນອນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ທາງ​ການ​ທູດຫວຽດນາມ - ​ອາ​ເມ​ລິ​ກາ ​ເປັນ​ປົກກະຕິ, ວັນ​ທີ 22/09, ຢູ່​ນະຄອນ​​ໂຮ່ຈິ​ມິນ, ສະມາຄົມ​ມິດຕະພາບ​ຫວຽດນາມ - ອາ​ເມ​ລິ​ກາ ຢູ່​ນະຄອນ​ໂຮ່ຈິ​ມິນ, ສະຫະ​ພັນ​ບັນດາ​ອົງການ​ຈັດ​ຕັ້ງມິດຕະພາບ​ນະຄອນ​ໂຮ່ຈິ​ມິນ ​ໄດ​້ຈັດງານ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ອາຫານ​ການ​ກິນ​ ດ້ວຍ​ຫົວ​ຂໍ້ “ພົບ​ປະ​ຫວຽດນາມ - ອາ​ເມ​ລິ​ກາ: ອາຫານ​ການ​ກິນ​ເຊື່ອມ​ຕໍ່​ຫົວ​ໃຈ”. ທີ່​ງານ​ພົບ​ປະ​ແລກປ່ຽນ, ຜູ້ຕາງໜ້າ 2 ປະ​ເທດ ຫວຽດນາມ, ອາ​ເມ​ລິ​ກາ ​ໄດ້​ມີ​ການ​ພົບ​ປະ, ​ແລກປ່ຽນ​ກ່ຽວ​ກັບບັນດາ​ຈຸດ​​ເອກະລັກ​ສະ​ເພາະ, ພິ​ເສດ​ກ່ຽວ​ກັບ​ວັດທະນະທຳ ​ແລະ ອາການ​ການ​ກິນລະຫວ່າງ 2 ຊາດ. ກໍ​ທີ່​ງາ​ນພົບ​ປະ​ແລກປ່ຽນ, ຜູ້ຕາງໜ້າ 2 ປະ​ເທດ ​ໄດ້​ແບ່ງປັນ 10 ທິມ, ​ແຕ່ລະ​ທິມ​ໄດ້​ຄັ້ງ​ຊື່​ຕາມບັນດາ​ສະຖານ​ທີ່​ສຳຄັນ​ພິ​ເສດ​ຂອງ 2 ປະ​ເທດ​ຄື: ຮ່າ​ໂນ້ຍ, ​ເຫ້ວ, ​ໄຊ​ງ່ອນ - ນະຄອນ​ໂຮ່ຈິ​ມິນ, ຮ່ວາງ​ຊາ, ​ເຈື່ອງ​ຊາ, ວໍ​ສິງ​ຕັນ ດີຊີ, ນິວຢອກ… ​ເພື່ອ​ພ້ອມ​ກັນ​ເຂົ້າ​ຮ່ວມ​ການຊອກ​ຮູ້ ​ແລະ ​ແຕ່ງອາຫານ​ຢໍ, ​ເຊິ່ງ​ເປັນ​ອາຫານ​ມູນ​ເຊື້ອ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ