ງານພົບປະແລກປ່ຽນໄວໜຸ່ມດ່ານັ້ງກັບຊາວໜຸ່ມຫວຽດນາມອາໄສຢູ່ຕ່າງປະເທດເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ

ງານພົບປະແລກປ່ຽນໄວໜຸ່ມດ່ານັ້ງກັບຊາວໜຸ່ມຫວຽດນາມອາໄສຢູ່ຕ່າງປະເທດເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ - ảnh 1
ງານພົບປະແລກປ່ຽນໄວໜຸ່ມດ່ານັ້ງກັບຊາວໜຸ່ມຫວຽດນາມ
ອາໄສຢູ່ຕ່າງປະເທດເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ
(ພາບ: congdong)


​​(vovworld) - ງານ​ພົບ​ປະ​ແລກປ່ຽນ​ໄວ​ໜຸ່ມດ່າ​ນັ້ງ ກັບ​ຊາວ​ໜຸ່ມ​ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ຄ້າຍ​ພັກ​ແລ້ງ​ຫວຽດນາມ 2015, ຖືກດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 23/07, ຢູ່​ສວນສາທາລະນະ​ທະ​ເລ​ຕາ​ເວັນ​ອອກ, ນະຄອນ​ດ່າ​ນັ້ງ. ລາຍການ​ຄ້າຍ​ພັກ​ແລ້ງ​ຫວຽດນາມ 2015 ​ໂດຍ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ກະຊວງ​ການ​ຕ່າງປະ​ເທດ​ສົມທົບ​ກັນ​ຈັດ​ຕັ້ງ. ມີ​ຊາວ​ໜຸ່ມ, ນັກ​ສຶກສາ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ​ໄວ​ໜຸ່ມ​ນະຄອນ​​ດ່າ​ນັ້ງ ກວ່າ 160 ຄົນ ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ລະ​ຫຼີ້ນຕ່າງໆ​ສະ​ແດງ​ໃຫ້​ເຫັນຄວາມ​ສາມັກຄີ, ສະໜິດຕິດ​ພັນ​ຂອງ​ໄວ​ໜຸ່ມ​ຫວຽດນາມ. ຜ່ານ​ງານ​ພົບ​ປະ​ແລກປ່ຽນ, ບັນດາ​ຊາວ​ໜຸ່ມ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ເຂົ້າ​ໃຈ​ຕື່ມກ່ຽວ​ກັບ​ມະນຸດ ​ແລະ ບັນດາ​ທັດສະນີ​ຍະ​ພາບ​ຂອງ​ນະຄອນ​ດ່າ​ນັ້ງກວ່າ. ​ເພື່ອນ ຟ້າ​ມວຽດຮ່າ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ສ.​ເບ​ລາ​ຣຸດ ​ໃຫ້​ຮູ້​ວ່າ.

        “ງານ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ບັນດາ​ນັກ​ສຶກສາ​ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ​ແລະ ນັກ​ສຶກສາ, ຊາວ​ໜຸ່ມ​ບັນດາ​ແຂວງ, ນະຄອນ​ແມ່ນ​ໂອກາ​ດທີ່​ດີ. ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຄື​ແນວ​ນີ້, ພວກ​ນ້ອງ​ຈະ​ມີ​ຄວາມ​ສະໜິດ​ຕິດ​ພັນກັນ​ກວ່າ. ພວກ​ເພື່ອ​ນ ຊາວ​ໜຸ່ມ​ຢູ່ດ່າ​ນັ້ງ ​ແມ່ນ​ຜູ້​​ສະໜິດສະໜົມ ​ແລະ ນະຄອນ​ດ່າ​ນັ້ງ ​ແມ່ນ​ນະຄອນ​ທີ່ສວຍ​ງາມ.”

ຂ່າວ/ບົດ​ອື່ນ