ງານພົບປະແລກແບບຢ່າງດີເດັ່ນໃນຂະບວນການແຂ່ງຂັນ “ເພື່ອຄົນທຸກຍາກ - ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ”

(VOVWORLD) - ການນຳບາງທ້ອງຖິ່ນກໍ່ແບ່ງປັນກ່ຽວກັບວິທີເຮັດທີ່ມີຫົວຄິດປະດິດສ້າງ, ບັນລຸປະສິດທິຜົນໃນວຽກງານຫຼຸດຜ່ອນຄວາມທຸກຍາກ
ງານພົບປະແລກແບບຢ່າງດີເດັ່ນໃນຂະບວນການແຂ່ງຂັນ “ເພື່ອຄົນທຸກຍາກ - ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ” - ảnh 1(ຜູ້ແທນເຂົ້າຮ່ວມງານພົບປະ)

        ຕອນເຊົ້າວັນທີ 15 ທັນວາ, ຢູ່ ຮ່າໂນ້ຍ, ຄະນະແຂ່ງຂັນ - ຍ້ອງຍໍສູນກາງໄດ້ຈັດງານພົບປະ, ແລກປ່ຽນແບບຢ່າງດີເດັ່ນໃນຂະບວນການແຂ່ງຂັນ “ເພື່ອຄົນທຸກຍາກ - ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ” ປີ 2023.

        ເຂົ້າຮ່ວມງານພົບປະ, ມີຜູ້ແທນ 10 ຄົນ ທີ່ຕາງໜ້າໃຫ້ 30 ໝູ່ຄະນະ, ສ່ວນບຸກຄົນເປັນແບບຢ່າງດີເດັ່ນໃນຂະບວນການແຂ່ງຂັນ “ເພື່ອຄົນທຸກຍາກ - ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ” ໄລຍະ 2021 – 2023, ໄດ້ແບ່ງປັນກ່ຽວກັບບັນດາຄວາມມານະພະຍາຍາມ, ຄວາມຕັດສິນໃຈບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ, ສ້າງຄວາມຮັ່ງມີ; ແບ່ງປັນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດ, ກ່ຽວກັບການສ້າງຮູບແບບຫາເງິນລ້ຽງຊີບເພື່ອຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ.

        ເນື່ອງໃນໂອກາດນີ້, ການນຳບາງທ້ອງຖິ່ນກໍ່ແບ່ງປັນກ່ຽວກັບວິທີເຮັດທີ່ມີຫົວຄິດປະດິດສ້າງ, ບັນລຸປະສິດທິຜົນໃນວຽກງານຫຼຸດຜ່ອນຄວາມທຸກຍາກ, ຄື: ມາດຕະການໜູນຊ່ວຍຕາມທິດ “ຕ້ອງການຫຍັງຊ່ວຍອັນນັ້ນ”, ແຕ່ລະຄອບຄົວທຸກຍາກຕ້ອງໄດ້ຮັບການໜູນຊ່ວຍຈາກອົງການໝູ່ຄະນະ, ອົງການ, ຫົວໜ່ວຍຂອງເມືອງ ມົກເຈົາ, ແຂວງ ເຊີນລາ; “ຮູບແບບ 5+1 ຊ່ວຍເຫຼືອເຊິ່ງກັນ ແລະ ກັນຫຼຸດຜ່ອນຄວາມທຸກຍາກ, ຫຼົບລ້າງຄວາມທຸກຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີ” ຂອງສະມາຄົມນັກຮົບເກົ່າແຂວງ ເບັນແຈ… 

ຕອບກັບ

ຂ່າວ/ບົດ​ອື່ນ